EYE CAMPSeeing the unknown future with OWNDAYS
OWNDAYS
EYE CAMP ແບ່ງປັນການເບີ່ງເຫັນຂອງທ່ານໃຫ້ກັບຜູ້ຄົນໃນທົ່ວໂລກກັບພວກເຮົາ
HISTORY
Payatas, Quezon City
PHILIPPINESPayatas, Quezon City 2025.03.19 & 2025.04.11
ການຈັດຄ້າຍກວດສາຍຕາທີ່ເມືອງ Payatas ຄີວຊອນຊິຕີ້ ໃນເດືອນມີນາ 2025 ຕາມດ້ວຍການແຈກຢາຍແວ່ນຕາໃນເດືອນເມສາ 2025 ເປັນສ່ວນໜຶ່ງຂອງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງ OWNDAYS ໃນການໃຫ້ບໍລິການເບິ່ງແຍງສາຍຕາທີ່ເຂົ້າເຖິງໄດ້. ໂຄງການນີ້ສຳເລັດໄດ້ດ້ວຍຄວາມຮ່ວມມືອັນມີຄວາມໝາຍກັບ Creative Image Foundation
Payatas ເປັນທີ່ຮູ້ຈັກກັນດີໃນນາມທີ່ຕັ້ງຂອງບ່ອນຖິ້ມຂີ້ເຫຍື້ອ Payatas ເດີມ, ເຊິ່ງເປັນພື້ນທີ່ທີ່ກາຍເປັນສັນຍາລັກຂອງຄວາມທ້າທາຍທີ່ຊຸມຊົນເມືອງຫຼາຍແຫ່ງຕ້ອງປະເຊີນໃນການເຂົ້າເຖິງບໍລິການພື້ນຖານ. ຕະຫຼອດຫຼາຍປີທີ່ຜ່ານມາ, ຊຸມຊົນແຫ່ງນີ້ຍັງກາຍເປັນຈຸດສູນກາງຂອງຄວາມພະຍາຍາມພັດທະນາສັງຄົມທີ່ນຳໂດຍອົງກອນພັດທະນາເອກະຊົນ ແລະ ມູນນິທິດຕ່າງໆ ທີ່ເຮັດວຽກຮ່ວມກັບຊາວບ້ານເພື່ອພັດທະນາການສຶກສາ, ການເບິ່ງແຍງສຸຂະພາບ ແລະ ໂອກາດໃນການປະກອບອາຊີບ
ຜ່ານຄ້າຍກວດສາຍຕານີ້ OWNDAYS ສາມາດຊ່ວຍເຫຼືອຜູ້ຮັບຜົນປະໂຫຍດໄດ້ 200 ຄົນ, ເຊິ່ງສ່ວນໃຫຍ່ເປັນຜູ້ປົກຄອງ ແລະ ເດັກນ້ອຍຈາກໂຮງຮຽນ Creative Image Foundation. ໃນຈຳນວນນັ້ນມີເດັກນ້ອຍທີ່ມີບັນຫາສາຍຕາທີ່ຍັງບໍ່ທັນໄດ້ຮັບການບົ່ງມະຕິ ລວມເຖິງຜູ້ປົກຄອງທີ່ບໍ່ສາມາດຊື້ແວ່ນຕາທີ່ເໝາະສົມໄດ້ເນື່ອງຈາກຂໍ້ຈຳກັດທາງດ້ານການເງິນ
ສຳລັບຜູ້ຮັບຜົນປະໂຫຍດຫຼາຍຄົນ, ນີ້ເປັນການກວດສາຍຕາໂດຍຜູ້ຊ່ຽວຊານຄັ້ງທຳອິດ ແລະ ເປັນແວ່ນຕາຄູ່ທຳອິດທີ່ມີຄຸນນະພາບໃນຊີວິດຂອງພວກເຂົາ. ການສະໜັບສະໜູນທີ່ລຽບງ່າຍແຕ່ປ່ຽນຊີວິດໄດ້ນີ້ສາມາດພັດທະນາການຮຽນຮູ້, ປະສິດທິພາບໃນການເຮັດວຽກ ແລະ ກິດຈະກຳໃນຊີວິດປະຈຳວັນ. ຄວາມໂລ່ງໃຈ, ຄວາມຮູ້ບຸນຄຸນ ແລະ ຮອຍຍິ້ມທີ່ປາກົດໃນລະຫວ່າງການແຈກຢາຍສະທ້ອນໃຫ້ເຫັນເຖິງຜົນກະທົບທີ່ມີຄວາມໝາຍຂອງການເບິ່ງເຫັນທີ່ຊັດເຈນຕໍ່ທັງບຸກຄົນ ແລະ ຄອບຄົວ
ນອກເໜືອຈາກການໃຫ້ບໍລິການກວດສາຍຕາ ແລະ ແວ່ນຕາ, ຄ້າຍກວດສາຍຕາຍັງມຸ່ງຫວັງທີ່ຈະສະໜັບສະໜູນຊຸມຊົນດ້ວຍສັກສີ ແລະ ຄວາມໃສ່ໃຈ. OWNDAYS ຍັງຄົງມຸ່ງໝັ້ນໃນການເສີມສ້າງຄວາມຮ່ວມມືກັບອົງກອນໃນທ້ອງຖິ່ນ ແລະ ດຳເນີນໂຄງການຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນທີ່ເກີນກວ່າແຕ່ແວ່ນຕາ, ມີສ່ວນຮ່ວມໃນການຍົກລະດັບຄຸນນະພາບຊີວິດ ແລະ ອະນາຄົດທີ່ສົດໃສຍິ່ງຂຶ້ນສຳລັບຊຸມຊົນ ເທື່ອລະກ້າວ
-
Rhuby
Marketing Officerການຮັບໃຊ້ຊຸມຊົນ ແລະ ການພັດທະນາຄຸນນະພາບຊີວິດເປັນແຮງໃຈຫຼັກທີ່ເຮັດໃຫ້ຂ້ອຍເຮັດວຽກນີ້ມາໂດຍຕະຫຼອດ. ຂ້ອຍເຄີຍເຂົ້າຮ່ວມໂຄງການເຜີຍແຜ່ບໍລິການມາຫຼາຍແຫ່ງ ແຕ່ໂຄງການນີ້ໂດດເດັ່ນເປັນພິເສດ ເພາະສະທ້ອນເຖິງຄຸນຄ່າ ແລະ ພັນທະກິດຂອງ OWNDAYS ໄດ້ຢ່າງຊັດເຈນ. ການໄດ້ເຫັນຄວາມສຸກໃນໃບໜ້າຂອງຜູ້ຮັບຜົນປະໂຫຍດເມື່ອພວກເຂົາຮັບຮູ້ວ່າຕົນເອງສາມາດເບິ່ງເຫັນໄດ້ຊັດເຈນຂຶ້ນ ແລະ ການເຂົ້າໃຈວ່າສິ່ງນີ້ຈະຊ່ວຍພັດທະນາຊີວິດປະຈຳວັນຂອງພວກເຂົາແນວໃດ ເປັນສິ່ງທີ່ຊາບຊຶ້ງໃຈແທ້ໆ. ມັນເຕືອນຂ້ອຍວ່າສິ່ງທີ່ພວກເຮົາໃຫ້ນັ້ນເກີນກວ່າແຕ່ແວ່ນຕາ. ແວ່ນຕາແຕ່ລະຄູ່ແທນຄວາມຫວັງ, ສັກສີ ແລະ ຄວາມໃສ່ໃຈ ແລະ ຊ່ວງເວລາແບບນີ້ຢືນຢັນອີກຄັ້ງວ່າເປັນຫຍັງວຽກຂອງພວກເຮົາຈຶ່ງມີຄວາມສຳຄັນຢ່າງແທ້ຈິງ
-
Kristian
Opticianຂ້ອຍຮູ້ສຶກມີຄວາມສຸກ ແລະ ຂອບໃຈຢ່າງຈິງໃຈທີ່ໄດ້ເປັນສ່ວນໜຶ່ງຂອງໂຄງການນີ້. ປະການທຳອິດ, ຂ້ອຍຂໍຂອບໃຈທີມຜູ້ບໍລິຫານທີ່ເລືອກຂ້ອຍໃຫ້ແບ່ງປັນຄວາມຮູ້ໃນດ້ານທັດສະນະສາດ ແລະ ສ້າງແຮງບັນດານໃຈໃຫ້ຜູ້ອື່ນ. ປະການທີສອງ, ຂ້ອຍຂອບໃຈຜູ້ຄົນທີ່ໄວ້ວາງໃຈໃນຄວາມສາມາດຂອງຂ້ອຍໃນຖານະນັກທັດສະນະມາດ (Optometrist). ປະການທີສາມ, ຂ້ອຍຍິນດີເປັນຢ່າງຍິ່ງທີ່ສາມາດໃຫ້ບໍລິການແກ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຢ່າງແທ້ຈິງ. ຜ່ານປະສົບການນີ້, ຂ້ອຍໄດ້ຮັບຄວາມເຂົ້າໃຈທີ່ເລິກເຊິ່ງຍິ່ງຂຶ້ນກ່ຽວກັບຄວາມສຳຄັນຂອງວຽກງານຂອງຂ້ອຍ ແລະ ໄດ້ຮັບແຮງບັນດານໃຈໃນການພັດທະນາທັກສະ ແລະ ຄວາມຮັບຜິດຊອບຂອງຕົນເອງໃຫ້ດີຍິ່ງຂຶ້ນ. ຄ້າຍກວດສາຍຕານີ້ໄດ້ກາຍເປັນສ່ວນສຳຄັນໃນຊີວິດຂອງຂ້ອຍ, ເປັນປະສົບການທີ່ຂ້ອຍຈະຮັກສາໄວ້ ແລະ ບໍ່ມີວັນລືມຕະຫຼອດຊ່ວງເວລາທີ່ຂ້ອຍເຮັດວຽກຢູ່ OWNDAYS
-
Jannelyn
Opticianປະສົບການຄັ້ງທຳອິດຂອງຂ້ອຍໃນຄ້າຍກວດສາຍຕານັ້ນມີຄວາມໝາຍ ແລະ ບໍ່ອາດລືມເລືອນໄດ້ຢ່າງແທ້ຈິງ. ການໄດ້ເຫັນຮອຍຍິ້ມ ແລະ ຄວາມສຸກໃນໃບໜ້າຂອງຜູ້ຄົນ ໂດຍສະເພາະເດັກນ້ອຍ ແລະ ຜູ້ສູງອາຍຸ ເມື່ອພວກເຂົາໄດ້ຮັບແວ່ນຕານັ້ນແມ່ນອົບອຸ່ນໃຈຫຼາຍ. ມັນເຮັດໃຫ້ຂ້ອຍຮັບຮູ້ວ່າສິ່ງທີ່ລຽບງ່າຍຄືແວ່ນຕາຄູ່ໜຶ່ງ ສາມາດເຕີມເຕັມ ແລະ ປ່ຽນແປງຊີວິດປະຈຳວັນຂອງຄົນເຮົາໄດ້ແນວໃດ. ຂ້ອຍຮູ້ສຶກຂອບໃຈ ແລະ ພູມໃຈທີ່ໄດ້ຮັບເລືອກໃຫ້ເຂົ້າຮ່ວມຄ້າຍກວດສາຍຕານີ້ ເພາະມັນເຮັດໃຫ້ຂ້ອຍໄດ້ເຫັນດ້ວຍຕາຕົນເອງເຖິງຜົນກະທົບຂອງບໍລິການນີ້ຕໍ່ບຸກຄົນ ແລະ ຄອບຄົວ. ປະສົບການນີ້ເຮັດໃຫ້ຂ້ອຍເຫັນຄຸນຄ່າຂອງການເບິ່ງແຍງສາຍຕາ ແລະ ຄວາມແຕກຕ່າງທີ່ມັນສ້າງໃຫ້ກັບຊຸມຊົນຫຼາຍຍິ່ງຂຶ້ນ
Marikina
PHILIPPINESMarikina 2024.08.16
Eye Camp ຄັ້ງນີ້ຈັດເປັນຄັ້ງທີ 2 ໃນປີ 2024 ທີ່ເມືອງ Marikina ປະເທດຟີລິບປິນ. ຕາມປົກກະຕິພວກເຮົາຈະຈັດພຽງປີລະຄັ້ງ ແຕ່ດ້ວຍແຮງສະໜັບສະໜູນຢ່າງດີຈາກອົງກອນຈິດອາສາທ້ອງຖິ່ນ ພວກເຮົາຈຶ່ງຈັດກັນເປັນຄັ້ງທີສອງ
Marikina ເປັນເມືອງທີ່ມີປະຊາກອນປະມານ 456,000 ຄົນ ຕັ້ງຢູ່ໃນເຂດເມືອງຫຼວງຂອງຟີລິບປິນ, ມີຊື່ສຽງດ້ານອຸດສາຫະກຳຜະລິດເກີບ ຈົນໄດ້ຮັບການຂະໜານນາມວ່າເປັນ "ເມືອງຫຼວງແຫ່ງເກີບຂອງຟີລິບປິນ". ເກີບຍີ່ຫໍ້ດັງຫຼາຍຍີ່ຫໍ້ "Made in Marikina". ຜູ້ຄົນມີຄວາມພາກພູມໃຈໃນປະຫວັດສາດ ແລະ ທັກສະການຜະລິດເກີບມາຢ່າງຍາວນານ. ເຖິງວ່າຈະເປັນເມືອງທີ່ມີຄວາມຈະເລີນທາງເສດຖະກິດ ແຕ່ກໍຍັງມີຫຼາຍພື້ນທີ່ທີ່ຍັງມີຄວາມທຸກຍາກຢູ່
ຈາກຂໍ້ມູນໃນປີ 2012 ພົບວ່າກວ່າ 13.4% ຂອງຄົວເຮືອນມີລາຍໄດ້ຕ່ຳກວ່າສະເລ່ຍ ແລະ 5.6% ມີລາຍໄດ້ຕ່ຳກວ່າຂັ້ນຕ່ຳຂອງຄ່າໃຊ້ຈ່າຍໃນການດຳລົງຊີວິດ. ດັ່ງນັ້ນ Eye Camp ຂອງພວກເຮົາໃນຄັ້ງນີ້ຈຶ່ງຕັ້ງໃຈຊ່ວຍເຫຼືອຜູ້ຄົນກວ່າ 215 ຄົນ ທີ່ມີລາຍໄດ້ຕ່ຳກວ່າເກນໃຫ້ພວກເຂົາໄດ້ມີໂອກາດໃສ່ແວ່ນຕາເປັນຄັ້ງທຳອິດ. ຄວາມປະທັບໃຈຫຼາຍຢ່າງເກີດຂຶ້ນໃນກິດຈະກຳຄັ້ງນີ້
ໃນອະນາຄົດ, ຫວັງວ່າກິດຈະກຳດີໆແບບນີ້ຈະສາມາດຊ່ວຍຍົກລະດັບຄວາມສຳພັນກັບຊຸມຊົນທ້ອງຖິ່ນໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ບໍ່ພຽງແຕ່ເປັນກິດຈະກຳແຈກແວ່ນຕາເທົ່ານັ້ນ ແຕ່ຍັງເປັນສ່ວນໜຶ່ງທີ່ຊ່ວຍພັດທະນາຄຸນນະພາບຊີວິດຂອງຄົນໃນສັງຄົມໃຫ້ດີຂຶ້ນອີກດ້ວຍ. ເຖິງວ່າ OWNDAYS ຈະເປັນສ່ວນນ້ອຍໆ ພວກເຮົາກໍຫວັງວ່າຈະສາມາດຊ່ວຍເຫຼືອສັງຄົມໄດ້ບໍ່ຫຼາຍກໍໜ້ອຍ
-
Ronel
Opticianຄັ້ງນີ້ຂ້ອຍໄດ້ຮັບເລືອກໃຫ້ເປັນຕົວແທນຂອງພະນັກງານສາຂາມາຮ່ວມກິດຈະກຳເປັນຄັ້ງທຳອິດ. ຂ້ອຍປະທັບໃຈໃນຄວາມສຸກ ແລະ ຮອຍຍິ້ມໃນໃບໜ້າຂອງຜູ້ທີ່ມາຮ່ວມງານເມື່ອໄດ້ຮັບແວ່ນຕາອັນໃໝ່. ແວ່ນຕາທີ່ຊ່ວຍໃຫ້ພວກເຂົາເບິ່ງເຫັນໄດ້ດີຍິ່ງຂຶ້ນ. ພາບເຫຼົ່ານີ້ເຮັດໃຫ້ຂ້ອຍຮັບຮູ້ເຖິງຄວາມສຳຄັນໃນໜ້າທີ່ເບິ່ງແຍງດວງຕາໃຫ້ກັບຜູ້ຄົນຂອງພວກເຮົາ ລວມເຖິງຄວາມຮັບຜິດຊອບໃນວຽກງານຂອງຂ້ອຍເອງ. ຫວັງວ່າຂ້ອຍຈະມີໂອກາດໄດ້ເຂົ້າຮ່ວມກິດຈະກຳດີໆທີ່ສົ່ງຜົນກະທົບທາງບວກໃຫ້ສັງຄົມແບບນີ້ອີກໃນອະນາຄົດ
-
Dyan
Opticianກິດຈະກຳຄັ້ງນີ້ເຮັດໃຫ້ຂ້ອຍໄດ້ເຊື່ອມໂຍງກັບຜູ້ຄົນຈາກພື້ນຖານທີ່ຫຼາກຫຼາຍ. ຂ້ອຍໄດ້ຟັງເລື່ອງລາວສ່ວນຕົວ ແລະ ຄວາມຍາກລຳບາກຂອງຫຼາຍຄົນ. ມັນບໍ່ໄດ້ເຮັດໃຫ້ຂ້ອຍຮັບຮູ້ເຖິງຄຸນຄ່າໃນວຽກງານຂອງຂ້ອຍເທົ່ານັ້ນ ແຕ່ຍັງເຮັດໃຫ້ຂ້ອຍຮູ້ຊຶ້ງເຖິງຜົນກະທົບທີ່ຂ້ອຍສາມາດມີສ່ວນຊ່ວຍເຫຼືອສັງຄົມອີກດ້ວຍ. ຂ້ອຍຢາກຈະພັດທະນາທັກສະໃນການເບິ່ງແຍງສຸຂະພາບຕາໃຫ້ກັບຜູ້ຄົນຍິ່ງຂຶ້ນ ເພື່ອທີ່ຈະໄດ້ຊ່ວຍເຫຼືອຜູ້ຄົນຕໍ່ໄປໃນອະນາຄົດ
-
Andrea
Marketing Officerສຳລັບຂ້ອຍ, ໜ້າທີ່ຫຼັກທີ່ຂ້ອຍຕ້ອງເຮັດກໍຄືການໂປຣໂມດແບຣນ, ແຕ່ຂ້ອຍເຊື່ອວ່າການມີສ່ວນຊ່ວຍເຫຼືອສັງຄົມໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນກໍສຳຄັນບໍ່ແພ້ກັນ. ນີ້ເປັນຄັ້ງທຳອິດທີ່ຂ້ອຍເຂົ້າຮ່ວມກິດຈະກຳນີ້. ປະສົບການນີ້ເປີດໂລກໃໝ່ໃຫ້ຂ້ອຍໄດ້ເຫັນທັງຄົນເຖົ້າທີ່ບໍ່ມີໂອກາດກວດສາຍຕາມາຫຼາຍປີ ລວມເຖິງເດັກນ້ອຍທີ່ດວງຕາເປັນປະກາຍເມື່ອໄດ້ເບິ່ງເຫັນໂລກທີ່ຊັດເຈນຂຶ້ນເປັນຄັ້ງທຳອິດຈາກແວ່ນຕາທີ່ພວກເຮົາໃຫ້. ກິດຈະກຳນີ້ບໍ່ແມ່ນແຕ່ການແຈກແວ່ນ, ແຕ່ເປັນຄືກັບການມອບຂອງຂວັນແຫ່ງການເບິ່ງເຫັນໃຫ້ກັບຜູ້ຄົນ, ເປັນການເຮັດໃຫ້ຊີວິດຂອງຜູ້ຄົນດີຂຶ້ນ ເຊິ່ງຫຼາຍຄັ້ງພວກເຮົາອາດຈະເບິ່ງຂ້າມໄປ
Sambag II
PHILIPPINESSambag II 2024.05.15
ເມື່ອວັນທີ 15 ພຶດສະພາ 2024 OWNDAYS ໄດ້ຈັດກິດຈະກຳ Eye Camp ຂຶ້ນທີ່ Sambag II ໃນເກາະເຊບູ ປະເທດຟີລິບປິນ. ໃນຄັ້ງນີ້ພວກເຮົາໄດ້ໄປແຈກຢາຍແວ່ນຕາໃຫ້ກັບຊາວບ້ານປະມານ 200 ຄົນທີ່ກຳລັງປະເຊີນກັບພາວະເສດຖະກິດທີ່ຍາກລຳບາກ
Sambag II ເປັນຍ່ານທີ່ຕັ້ງຢູ່ໃນເມືອງເຊບູ, ມີປະຊາກອນປະມານ 12,000 ຄົນ. ຊາວ Sambag ສ່ວນໃຫຍ່ເວົ້າພາສາເຊບົວໂນ, ມີຄວາມຫຼາກຫຼາຍຂອງກຸ່ມຊາດພັນ ບໍ່ວ່າຈະເປັນຊາວບິຊາຍາ, ຊາວຕາກາລັອກ ແລະ ຊາວພື້ນເມືອງອື່ນໆ. ເຖິງວ່າຈະມີຄວາມຫຼາກຫຼາຍແຕ່ທຸກຄົນກໍມີຄວາມສຳພັນອັນແໜ້ນແຟ້ນ. ຄົນສ່ວນໃຫຍ່ຮູ້ຈັກບ່ອນນີ້ໃນຖານະທີ່ເປັນສະຖານທີ່ທາງປະຫວັດສາດ ລວມເຖິງມີວັດທະນະທຳທີ່ຍັງຄົງມີຊີວິດ. ປັດຈຸບັນຜູ້ຄົນທີ່ນີ້ກຳລັງປະເຊີນກັບພາວະທາງເສດຖະກິດທີ່ຍາກລຳບາກ. ກວ່າ 80% ຂອງຄົນໃນຊຸມຊົນນັ້ນອາໄສຢູ່ໃຕ້ເສັ້ນແບ່ງຄວາມທຸກຍາກ ກໍຄືມີລາຍໄດ້ບໍ່ພຽງພໍຕໍ່ການດຳລົງຊີວິດຂັ້ນພື້ນຖານ. ສະຖານະການຍິ່ງຮ້າຍແຮງຂຶ້ນເນື່ອງຈາກການລະບາດຂອງ COVID-19 ຕັ້ງແຕ່ປີ 2020 ເຖິງ 2023 ລວມເຖິງພາຍຸໄຕ້ຝຸ່ນໂອເດັດ (ໄຣ) ໃນເດືອນທັນວາ 2021. ຊາວບ້ານແທບຈະບໍ່ມີລາຍໄດ້ໃນການຊື້ອາຫານ ຫຼື ສິ່ງຂອງຕ່າງໆໃນຊີວິດປະຈຳວັນ ເຮັດໃຫ້ບໍ່ມີເງິນພຽງພໍທີ່ຈະຊື້ແວ່ນຕາ ແລະ ສ່ວນໃຫຍ່ຍັງບໍ່ຮູ້ວ່າຕົນເອງມີບັນຫາດ້ານສາຍຕາອີກດ້ວຍ
OWNDAYS ໄດ້ນຳແວ່ນຕາໄປແຈກຢາຍໃຫ້ກັບຊາວບ້ານປະມານ 200 ຄົນທີ່ Sambag II. ທີມງານຂອງພວກເຮົາໄດ້ລົງພື້ນທີ່ດ້ວຍຕົວເອງ. ຫຼາຍໆຄົນເພິ່ງຈະເຄີຍໃສ່ແວ່ນຕາເປັນຄັ້ງທຳອິດ. ໃບໜ້າຂອງພວກເຂົາເຕັມໄປດ້ວຍຄວາມສຸກ, ຄວາມດີໃຈ ແລະ ຄວາມຫວັງວ່າແວ່ນຕານີ້ຈະຊ່ວຍໃຫ້ການເຮັດວຽກ ແລະ ຄຸນນະພາບຊີວິດດີຂຶ້ນ. ເຖິງວ່າຈະມີອຸປະສັກທາງດ້ານພາສາຢູ່ແດ່ ແຕ່ດ້ວຍຄວາມຊ່ວຍເຫຼືອຈາກລ່າມເຮັດໃຫ້ພວກເຮົາສາມາດສື່ສານກັບຊາວບ້ານດ້ວຍພາສາເຊບົວໂນໄດ້
ຖືເປັນຊ່ວງເວລາອັນແສນພິເສດສຳລັບພວກເຮົາ ແລະ ເປັນໂອກາດທີ່ເຮັດໃຫ້ຮັບຮູ້ເຖິງຄວາມສຳຄັນໃນການຊ່ວຍເຫຼືອສັງຄົມຫຼາຍຍິ່ງຂຶ້ນ
-
Nagao
Regeonal Managerປະທັບໃຈໃນຄວາມເປັນມິດ ແລະ ອົບອຸ່ນຂອງຜູ້ຄົນທີ່ນີ້ຫຼາຍຄັບ. ແຕ່ພໍໄດ້ເຫັນສະພາບອ້ອມໆໝູ່ບ້ານ ກໍຮູ້ສຶກເຖິງຄວາມແຕກຕ່າງກັບທີ່ຢີ່ປຸ່ນໄດ້ຢ່າງຊັດເຈນ. ທັງຖະໜົນດິນແດງ, ເຮືອນທີ່ສ້າງແບບງ່າຍໆ, ສາທາລະນູປະໂພກທີ່ຈຳກັດ, ສາຍໄຟເປືອຍເປົ່າທີ່ຖືກພັນດ້ວຍໃຍແມງມຸມ, ການໃຊ້ສາຍຢາງຕໍ່ນ້ຳມາໃຊ້ ແລະ ກິ່ນບໍ່ເພິ່ງປະສົງ. ສິ່ງເຫຼົ່ານີ້ສະແດງເຖິງຄວາມເປັນຢູ່ທີ່ບໍ່ສະດວກສະບາຍຫຼາຍນັກ. ແຕ່ຜູ້ຄົນທີ່ນີ້ກໍຍັງສະໜຸກສະໜານກັບການໃຊ້ຊີວິດ ແລະ ຄອຍຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ມີເລື່ອງໜ້າປະທັບໃຈເກີດຂຶ້ນ ຄືຂ້ອຍໄດ້ເຈີກັບຍິງສູງໄວຄົນໜຶ່ງທີ່ສາຍຕາບໍ່ດີມາຕັ້ງແຕ່ເດັກນ້ອຍ. ລາວເພິ່ງຈະເຄີຍໃສ່ແວ່ນຕາເປັນຄັ້ງທຳອິດ. ໃບໜ້າຂອງລາວເຕັມໄປດ້ວຍຄວາມປະຫຼາດໃຈ, ສັບສົນ ແລະ ດີໃຈທີ່ສາມາດເບິ່ງເຫັນໄດ້ຢ່າງຊັດເຈນ. ຫຼັງຈາກແຈກຢາຍແວ່ນຕາສຳເລັດຂ້ອຍໄດ້ຍ່າງໄປອ້ອມໆໝູ່ບ້ານ ແລະ ເຫັນທຸກຄົນໃສ່ແວ່ນຕາດ້ວຍຮອຍຍິ້ມ ພ້ອມກັບເວົ້າວ່າ "ຂອບໃຈ" ຖືເປັນປະສົບການໃນຊີວິດທີ່ດີຫຼາຍຄັບ
-
Nina
Optical Technicianຫຼັງຈາກທີ່ຊາວບ້ານໃສ່ແວ່ນຕາທີ່ພວກເຮົາໃຫ້, ຂ້ອຍກໍໄດ້ເຫັນຄວາມສຸກທີ່ເອີ່ລົ້ນອອກມາຈາກດວງຕາຂອງພວກເຂົາ. ສິ່ງນີ້ເຮັດໃຫ້ຂ້ອຍຮັບຮູ້ໄດ້ວ່າແວ່ນຕາພຽງອັນດຽວກໍສາມາດປ່ຽນຊີວິດຂອງຄົນໆໜຶ່ງໄດ້. ການເຂົ້າຮ່ວມກິດຈະກຳໃນຄັ້ງນີ້ເຮັດໃຫ້ຂ້ອຍຮູ້ສຶກມີຄວາມສຸກທີ່ໄດ້ຊ່ວຍເຫຼືອຜູ້ອື່ນ ແລະ ເຫັນເຖິງຄວາມສຳຄັນຂອງສຸຂະພາບຕາອີກດ້ວຍ. ຫຼັງຈາກທີ່ກັບມາທີ່ໄຕ້ຫວັນ, ຂ້ອຍຢາກຈະແຊຣ໌ປະສົບການອັນໜ້າປະທັບໃຈນີ້ກັບຄົນອື່ນໆຟັງເພື່ອໃຫ້ທຸກຄົນເຂົ້າໃຈວ່າກິດຈະກຳນີ້ມີຄວາມໝາຍແນວໃດ. ຂ້ອຍເຊື່ອວ່າຖ້າພວກເຮົາທຸກຄົນຊ່ວຍກັນຄົນລະໄມ້ຄົນລະມື ເຖິງຈະເປັນສິ່ງເລັກໆນ້ອຍໆກໍຈະເຮັດໃຫ້ໂລກໃບນີ້ໜ້າຢູ່ຫຼາຍຂຶ້ນ. ຫວັງວ່າທຸກຄົນຈະຊ່ວຍສະໜັບສະໜູນກິດຈະກຳ Eye Camp ໃຫ້ດຳເນີນຕໍ່ໄປນ້ອງ
-
Jammie
Marketing Managerຊາວບ້ານທີ່ຮ່ວມກິດຈະກຳຄັ້ງນີ້ສ່ວນໃຫຍ່ມາຈາກພື້ນທີ່ສະລັມ. ບາງຄົນສູນເສຍເຮືອນຈາກເຫດເພີງໄໝ້ເມື່ອເດືອນເມສາປີທີ່ແລ້ວ. ເຖິງວ່າພວກເຂົາຈະພົບກັບເຫດການທີ່ຍາກລຳບາກ ແຕ່ທຸກຄົນກໍຕ້ອນຮັບທີມງານຂອງພວກເຮົາຢ່າງອົບອຸ່ນ. ເລື່ອງທີ່ປະທັບໃຈທີ່ສຸດໃນ Eye Camp ຄັ້ງນີ້ຄືການໄດ້ພົບວ່າແວ່ນຕາສາມາດປ່ຽນຊີວິດຂອງຄົນໆໜຶ່ງໄດ້. ມີຊາຍສູງໄວຄົນໜຶ່ງໄດ້ໃສ່ແວ່ນຕາອັນໃໝ່ ແລ້ວໃບໜ້າຂອງລາວກໍສົດໃສຂຶ້ນດ້ວຍຄວາມດີໃຈທີ່ເບິ່ງເຫັນໄດ້ຊັດເຈນ. ລາວບອກວ່າລາວບໍ່ມີເງິນພຽງພໍສຳລັບການກວດສາຍຕາ ແລະ ຊື້ແວ່ນໃໝ່. ຄຳເວົ້າຂອງລາວເຮັດໃຫ້ຂ້ອຍຮັບຮູ້ເຖິງຄວາມສຳຄັນຂອງກິດຈະກຳນີ້ຢ່າງແທ້ຈິງຄ່າ
-
Hiramoto
Sales Staffຕອນທີ່ຂ້ອຍຍ່າງໃນເມືອງກໍໄດ້ເຫັນຖະໜົນຫຼາຍສາຍທີ່ມີສະພາບບໍ່ຄ່ອຍດີ, ມີສາຍໄຟລະໂຍງລະຢາງ. ກ່ອນທີ່ຈະມາຮ່ວມກິດຈະກຳໃນຄັ້ງນີ້, ຂ້ອຍຄິດວ່າຊາວບ້ານທຸກຄົນໜ້າຈະກຳລັງທຸກທໍລະມານ ແຕ່ພໍໄດ້ມາແທ້ໆກໍພົບວ່າຕ່າງກັບທີ່ຄິດໄວ້ຫຼາຍ. ຕອນທຳອິດຍອມຮັບວ່າຮູ້ສຶກຕົກໃຈກັບສະພາບເຮືອນເມືອງທີ່ຕ່າງຈາກຢີ່ປຸ່ນ, ແຕ່ເດັກນ້ອຍທີ່ນີ້ກໍຍັງມີຄວາມສົດໃສຮ່າເຫຼີງ. ຊາວບ້ານກໍຍິ້ມແຍ້ມ ແລະ ຕ້ອນຮັບພວກເຮົາຢ່າງອົບອຸ່ນ. ເຖິງວ່າພວກເຮົາຈະສື່ສານດ້ວຍຄຳເວົ້າບໍ່ໄດ້, ແຕ່ກໍໄດ້ຮັບກຳລັງໃຈຫຼາຍຢ່າງຈາກທຸກຄົນ. ຮອຍຍິ້ມອັນສົດໃສທີ່ປົນເປໄປດ້ວຍຄວາມຮູ້ສຶກປະຫຼາດໃຈປາກົດໃນໃບໜ້າຂອງພວກເຂົາຫຼັງຈາກທີ່ໄດ້ຮັບແວ່ນອັນໃໝ່. ສິ່ງນີ້ເຮັດໃຫ້ຂ້ອຍຮູ້ສຶກພາກພູມໃຈກັບວຽກທີ່ເຮັດເປັນຢ່າງຍິ່ງຄ່າ
-
Bennett
Assistant Regional Managerກ່ອນໜ້ານີ້ຂ້ອຍເຄີຍເຂົ້າຮ່ວມ Eye Camp ທີ່ມຽນມາ. ໃນຕອນນັ້ນຂ້ອຍເຮັດໜ້າທີ່ວັດສາຍຕາກໍເລີຍບໍ່ມີໂອກາດໄດ້ສົ່ງມອບແວ່ນ. ຄັ້ງນີ້ຂ້ອຍມີໂອກາດສົ່ງມອບແວ່ນໃຫ້ກັບຊາວບ້ານດ້ວຍຕົວເອງເຮັດໃຫ້ຂ້ອຍຮູ້ສຶກດີໃຈຫຼາຍໆ. ຊາວຟີລິບປິນໃນເຊບູນັ້ນມີບໍ່ກີ່ຄົນທີ່ສາມາດເວົ້າພາສາອັງກິດໄດ້. ດັ່ງນັ້ນຮອຍຍິ້ມ ແລະ ການຍົກໂປ້ໃຫ້ຄືຄຳຂອບໃຈຈາກພວກເຂົາ. ພວກເຮົາສື່ສານກັນດ້ວຍການແປະມື ຫຼື ຊົນໝັດແທນຄຳເວົ້າ. ໃນວັນນັ້ນອາກາດຮ້ອນຫຼາຍແຕ່ຂ້ອຍກໍຮູ້ສຶກອົບອຸ່ນໃຈຄັບ
-
Tabata
Sales Assistantເຮືອນຫຼາຍຫຼັງທີ່ນີ້ສ້າງຢູ່ໃນຊອຍແຄບໆ ໃຫ້ຄວາມຮູ້ສຶກຄືກັບວ່າທຸກຄົນອາໄສຢູ່ໃກ້ຊິດກັນ. ນ້ຳຖິ້ມບາງສ່ວນໄຫຼເຂົ້າມາໃນຊອຍສົ່ງກິ່ນເລັກນ້ອຍ ແຕ່ຊາວບ້ານກໍຕ້ອນຮັບພວກເຮົາດ້ວຍຮອຍຍິ້ມ. ເດັກນ້ອຍແລ່ນຫຼິ້ນກັນໃນຊອຍຢ່າງສະໜຸກສະໜານ. ຂ້ອຍຮູ້ສຶກວ່າທຸກຄົນທີ່ນີ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນດີ ບໍ່ຄືກັບທີ່ຢີ່ປຸ່ນທີ່ສ່ວນໃຫຍ່ມັກຈະເພິ່ງພາຕົວເອງເສຍຫຼາຍກວ່າ. ກິດຈະກຳໃນຄັ້ງນີ້ເຮັດໃຫ້ຂ້ອຍເຂົ້າໃຈວ່າ ການໄດ້ເຫັນ ແລະ ສຳຜັດສິ່ງຕ່າງໆດ້ວຍຕົວເອງນັ້ນມີຄ່າຍິ່ງກວ່າການເຫັນໃນໂຊຊຽວມີເດຍ ຫຼື ອິນເຕີເນັດຄັບ
Kampung AWWA & AWWA School @ Napiri
SINGAPOREKampung AWWA & AWWA School @ Napiri 2024.03.12-2024.03.14
ເດືອນມີນາ 2024 OWNDAYS ຮ່ວມກັບ AWWA Ltd. (AWWA) ຈັດງານ OWNDAYS Eye Camp ຂຶ້ນທີ່ປະເທດສິງກະໂປ. AWWA ເປັນກຸ່ມອາສາສະໝັກກໍ່ຕັ້ງຂຶ້ນເມື່ອປີ 1970 ເພື່ອຊ່ວຍເຫຼືອຄອບຄົວທີ່ມີລາຍໄດ້ນ້ອຍ. ປັດຈຸບັນນັບວ່າເປັນໜຶ່ງໃນກຸ່ມອາສາສະໝັກທີ່ຊ່ວຍເຫຼືອສັງຄົມທີ່ໃຫຍ່ທີ່ສຸດໃນສິງກະໂປ
ກຸ່ມອາສາສະໝັກຂອງ AMMA ມີຄວາມຫຼາກຫຼາຍທາງອາຊີບ, ຊ່ວຍສັງຄົມໃນຫຼາກຫຼາຍມິຕິ ທັງດ້ານພັດທະນາການເດັກ, ຜູ້ທີ່ມີບັນຫາຄອບຄົວ ລວມເຖິງຜູ້ສູງອາຍຸ ແລະ ຜູ້ດ້ອຍໂອກາດ ໃຫ້ພວກເຂົາກັບມາມີຄວາມຫວັງ ແລະ ສາມາດເຮັດຕາມຄວາມຝັນໄດ້ອີກຄັ້ງດ້ວຍການສະໜັບສະໜູນຈາກສັງຄົມອ້ອມຂ້າງ
ໂຄງການ Eye Camp ໃນຄັ້ງນີ້ຈັດຂຶ້ນເມື່ອວັນທີ 12-14 ມີນາ 2024 ທີ່ Kampung AWWA ແລະ AWWA School @ Napiri ໂດຍທີມງານມີການຈັດຕຽມສະຖານທີ່ຢ່າງຄົບຖ້ວນ ທັງເຄື່ອງວັດສາຍຕາ ແລະ ອາສາສະໝັກຜູ້ຊ່ຽວຊານທາງດ້ານສາຍຕາກວ່າ 20 ຄົນ ເພື່ອຕຽມສົ່ງມອບແວ່ນໃຫ້ກັບຊາວບ້ານ ຜູ້ສູງອາຍຸໃນຊຸມຊົນລວມກວ່າ 211 ຄົນ ແຈກແວ່ນຕາໄປກວ່າ 180 ອັນ. ພວກເຮົາໄດ້ເຫັນຮອຍຍິ້ມຂອງທຸກຄົນພາຍໃນງານເມື່ອໄດ້ຮັບແວ່ນຕາອັນໃໝ່ກໍເຮັດໃຫ້ອາສາສະໝັກຂອງພວກເຮົາມີຄວາມສຸກຢ່າງຫຼາຍ
ພວກເຮົາສັນຍາວ່າຈະດຳເນີນກິດຈະກຳດີໆແບບນີ້ຕໍ່ໄປ ເພື່ອໃຫ້ທຸກຄົນໄດ້ພົບ "ການເບິ່ງເຫັນ" ໂລກໃບໃໝ່ທີ່ສວຍງາມໄປພ້ອມໆກັບພວກເຮົາ
-
Canny
Senior Optician Trainerຮູ້ສຶກເປັນກຽດຫຼາຍໆທີ່ໄດ້ມາຮ່ວມງານ Eye Camp ໃນຄັ້ງນີ້. ຂ້ອຍໄດ້ພົບກັບຜູ້ສູງອາຍຸທີ່ນັ່ງລໍ້ເລື່ອນມາຮ່ວມງານ ລວມເຖິງຜູ້ພິການທາງການໄດ້ຍິນ ເຮັດໃຫ້ຂ້ອຍຮັບຮູ້ອີກຄັ້ງວ່າຍັງມີຜູ້ຄົນອີກຈຳນວນຫຼາຍໃນສັງຄົມທີ່ຕ້ອງການຄວາມຊ່ວຍເຫຼືອ. ຂ້ອຍຮູ້ສຶກອົບອຸ່ນທຸກຄັ້ງທີ່ໄດ້ຍິນພວກເຂົາຂອບໃຈ OWNDAYS ແລະ ໄດ້ເຫັນວ່າພວກເຂົາດີໃຈຫຼາຍສ່ຳໃດທີ່ໄດ້ຮັບແວ່ນຕາອັນໃໝ່ກັບໄປ. ການໄດ້ເຫັນຜູ້ຄົນເອົາໃຈໃສ່ເຊິ່ງກັນ ແລະ ກັນເປັນສິ່ງທີ່ງົດງາມຫຼາຍແທ້ໆ
-
Derek
Area Managerຂ້ອຍຮູ້ສຶກຂອບໃຈທຸກຄົນທີ່ກ່ຽວຂ້ອງກັບງານ Eye Camp ໃນຄັ້ງນີ້ຢ່າງຫຼາຍ. ເປັນງານທີ່ຂ້ອຍຮູ້ສຶກເຕີມເຕັມ ແລະ ປະທັບໃຈກັບພາບປະຕິກິລິຍາຂອງຄົນທີ່ໄດ້ໃສ່ແວ່ນຕາເປັນຄັ້ງທຳອິດ. ການໄດ້ເຫັນສີໜ້າດີໃຈ ແລະ ປະຫຼາດໃຈຂອງພວກເຂົາເຮັດໃຫ້ຂ້ອຍຮູ້ຊຶ້ງເຖິງເຫດຜົນທີ່ຂ້ອຍເຮັດວຽກທີ່ OWNDAYS. ຂ້ອຍເຊື່ອວ່າ Eye Camp ບໍ່ແມ່ນແຕ່ກິດຈະກຳແຈກແວ່ນຕາ ແຕ່ຄືກິດຈະກຳທີ່ສ້າງຄວາມແຕກຕ່າງໃຫ້ກັບຊີວິດຂອງຜູ້ຄົນຢ່າງແທ້ຈິງ. ຖ້າມີໂອກາດຂ້ອຍຈະເຂົ້າຮ່ວມ Eye Camp ອີກແນ່ນອນ
-
Shawn
Shop Managerຄັ້ງທຳອິດທີ່ໄດ້ຍິນວ່າ Eye Camp ຈະຈັດງານທີ່ສິງກະໂປຂ້ອຍກໍຍົກມືຂຶ້ນທັນທີ. ສຳລັບຂ້ອຍສິ່ງທີ່ໜ້າປະທັບໃຈທີ່ສຸດກໍຄື ພາບເດັກຍິງທີ່ຫູໜວກກົວການວັດສາຍຕາຈົນຮ້ອງໄຫ້ ເຖິງກັບຕ້ອງໃຫ້ນ້ອງຊາຍຕິດຕໍ່ແມ່ຂອງລາວເພື່ອມາຊ່ວຍປອບໃຈ ຈົນໃນທີ່ສຸດລາວກໍຍອມວັດສາຍຕາ. ຖືເປັນປະສົບການທີ່ໜ້າຈົດຈຳທີ່ສຸດໃນອາຊີບຂອງຂ້ອຍເພາະຂ້ອຍບໍ່ເຄີຍເຈີສະຖານະການແບບນີ້ມາກ່ອນ. ຫວັງວ່າເດັກໆຈະໄດ້ຮັບປະສົບການຊີວິດທີ່ແຕກຕ່າງໄປຈາກເດີມຜ່ານແວ່ນຕາທີ່ແຈກໄປໃນຄັ້ງນີ້ ແລະ ໄດ້ຮັບພະລັງໃນການດຳເນີນຊີວິດຂອງຕົວເອງຕໍ່ໄປ!
-
Erick
Shop Managerການເຂົ້າຮ່ວມ Eye Camp ເປັນປະສົບການທີ່ເຕີມເຕັມຢ່າງເຫຼືອເຊື່ອ! ຂ້ອຍດີໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງໃນການວັດສາຍຕາ ແລະ ມອບແວ່ນຕາໃຫ້ກັບນັກຮຽນ ແລະ ຄອບຄົວທີ່ຕ້ອງການຄວາມຊ່ວຍເຫຼືອ. ບໍ່ໜ້າເຊື່ອວ່າແວ່ນຕາທີ່ພວກເຮົາມອບໃຫ້ພວກເຂົາຈະສາມາດສ້າງຄວາມແຕກຕ່າງຄັ້ງໃຫຍ່ໃນຊີວິດໄດ້ຂະໜາດນີ້. ມັນເຮັດໃຫ້ຂ້ອຍຮັບຮູ້ເຖິງຄວາມສຳຄັນຂອງການເບິ່ງແຍງສາຍຕາ ແລະ ການປ່ຽນແປງອີກຫຼາຍຢ່າງທີ່ພວກເຮົາສາມາດໃຫ້ສັງຄົມໄດ້. ຫວັງວ່າຈະມີໂອກາດຮ່ວມກິດຈະກຳດີໆແບບນີ້ອີກໃນອະນາຄົດ
-
Jesphine
Eyewear Ambassador ນີ້ເປັນຄັ້ງທຳອິດທີ່ຂ້ອຍໄດ້ເຂົ້າຮ່ວມງານ Eye Camp ເຮັດໃຫ້ຂ້ອຍຮັບຮູ້ເຖິງຄຸນຄ່າຂອງການຊ່ວຍເຫຼືອຜູ້ຄົນທີ່ຍາກລຳບາກ. ບໍ່ແມ່ນແຕ່ການເຮັດໃຫ້ພວກເຂົາເບິ່ງເຫັນຊັດເຈນຂຶ້ນເທົ່ານັ້ນ ແຕ່ຂ້ອຍພົບວ່າກິດຈະກຳນີ້ເຮັດໃຫ້ພວກເຂົາກັບມາມີກຳລັງໃຈໃນການໃຊ້ຊີວິດອີກຄັ້ງ. ການເຮັດຫຍັງເຖິງຈະເປັນເລື່ອງເລັກນ້ອຍ ແຕ່ສາມາດສ້າງຜົນກະທົບທີ່ຍິ່ງໃຫຍ່ຕໍ່ສັງຄົມໄດ້ຫຼາຍຂະໜາດນີ້ເຮັດໃຫ້ຂ້ອຍປະທັບໃຈຫຼາຍຄ່າ
Baglung
NEPALBaglung 2023.12.06
OWNDAYS Eye Camp ຄັ້ງນີ້ ຈັດຂຶ້ນທີ່ເຂດ Baglung ປະເທດເນປານ
ເຂດ Baglung ເປັນໜຶ່ງໃນເຂດການປົກຄອງຈາກທັງໝົດ 77 ເຂດຂອງເນປານ. ຈາກເມືອງ Pokhara ໃຊ້ເວລາເດີນທາງໂດຍລົດຍົນປະມານ 5 ຊົ່ວໂມງ ເຊິ່ງຖະໜົນທີ່ໃຊ້ເດີນທາງໄປຍັງຈຸດໝາຍນັ້ນຕັ້ງຢູ່ເທິງພູສູງ ແລະ ມີຄວາມລາດຊັນເປັນຢ່າງຫຼາຍ ເຮັດໃຫ້ຄົນທີ່ນີ້ເຂົ້າເຖິງການຮັກສາພະຍາບານໄດ້ຢ່າງຍາກລຳບາກ. ໃນການຊື້ແວ່ນ ແລະ ວັດສາຍຕາແຕ່ລະຄັ້ງຈະຕ້ອງນັ່ງລົດປະມານ 2 ຊົ່ວໂມງເພື່ອເດີນທາງໄປຍັງເມືອງໃກ້ຄຽງ ໄລຍະເວລາການລໍຖ້າຮັບແວ່ນອາດດົນເຖິງ 20 ວັນ ຫຼື ຫຼາຍກວ່ານັ້ນ. ສຳລັບເດັກນ້ອຍ ແລະ ຜູ້ສູງອາຍຸແລ້ວ ການເດີນທາງໄປຍັງຕ່າງເມືອງບໍ່ແມ່ນເລື່ອງງ່າຍໆ ເຮັດໃຫ້ຄົນທີ່ນີ້ເລືອກທີ່ຈະບໍ່ໃສ່ແວ່ນ ຫຼື ແກ້ໄຂບັນຫາສາຍຕາຂອງຕົວເອງ
ໃນຄັ້ງນີ້ OWNDAYS ໄດ້ຈັດຕຽມແວ່ນຕາສຳລັບຊາວບ້ານປະມານ 320 ຄົນ. ທີມງານຂອງພວກເຮົາໄດ້ເຂົ້າໄປລົງພື້ນທີ່ກັນເພື່ອສົ່ງມອບແວ່ນຕາໃຫ້ກັບຊາວບ້ານດ້ວຍຕົວເອງ ຖືເປັນການລົງພື້ນທີ່ຄັ້ງທຳອິດນັບຕັ້ງແຕ່ປີ 2019 ທີ່ມີການແຜ່ລະບາດຂອງໂຄວິດ-19 ເລີຍກໍວ່າໄດ້
ແນ່ນອນວ່າພາສາກາງຂອງທີ່ນີ້ຄືພາສາເນປານ Eye Camp ຄັ້ງນີ້ທີມງານ 2 ຄົນຈາກເນປານຈຶ່ງໄດ້ມາເຂົ້າຮ່ວມກິດຈະກຳດ້ວຍ ເພື່ອນຳຄວາມຮູ້ ແລະ ທັກສະທີ່ໄດ້ຮັບຈາກ OWNDAYS ມາພັດທະນາປະເທດບ້ານເກີດຂອງພວກເຂົາ ແລະ ສົ່ງເສີມຄວາມສຳພັນຂອງຜູ້ຄົນໃນທ້ອງຖິ່ນໃຫ້ແໜ້ນແຟ້ນມາກຍິ່ງຂຶ້ນ
ຊາວບ້ານບາງຄົນທີ່ໄດ້ຮັບແວ່ນຕາໃນຄັ້ງນີ້ເພິ່ງຈະເຄີຍໃສ່ແວ່ນເປັນຄັ້ງທຳອິດ ແລະ ຮູ້ສຶກສັບສົນເລັກນ້ອຍ ໃນຂະນະທີ່ຄົນອື່ນໆ ກໍເບິ່ງດີໃຈທີ່ໄດ້ຮັບແວ່ນຕາອັນໃໝ່
ເຖິງວ່າຈະເປັນຊ່ວງເວລາສັ້ນໆ ແຕ່ກໍເປັນຊ່ວງເວລາທີ່ມີຄວາມສຸກສຳລັບຊາວບ້ານທີ່ນີ້ ລວມເຖິງທີມງານທຸກຄົນຂອງ OWNDAYS
-
Milan
Store Managerຕອນເຂົ້າເຮັດວຽກທີ່ OWNDAYS ທຳອິດກໍມີໂອກາດໄດ້ເຂົ້າຮ່ວມກິດຈະກຳ Eye Camp ທີ່ອິນເດຍ ຈາກນັ້ນຂ້ອຍເລີຍສະເໜີໃຫ້ຈັດກິດຈະກຳທີ່ເນປານປະເທດບ້ານເກີດຂອງຂ້ອຍແດ່ ແລະ ນີ້ເປັນການຈັດກິດຈະກຳຄັ້ງທີ 5 ທີ່ເນປານແລ້ວ. ຢາກຂອບໃຈທີມງານທຸກຄົນ ແລະ OWNDAYS ທີ່ເດີນທາງມາຍັງພື້ນທີ່ຫ່າງໄກເພື່ອມອບແວ່ນຕາໃຫ້ກັບຜູ້ຄົນໃນປະເທດບ້ານເກີດຂອງຂ້ອຍ!
-
Prakash
Sales Staffການເຮັດໃຫ້ຜູ້ອື່ນມີຄວາມສຸກເປັນສິ່ງທີ່ເຮັດໃຫ້ຂ້ອຍມີຄວາມສຸກໄປດ້ວຍ. ຂ້ອຍຕັດສິນໃຈເຂົ້າຮ່ວມກິດຈະກຳຄັ້ງນີ້ເພື່ອຕ້ອງການສົ່ງມອບສິ່ງດີໆໄປຍັງປະເທດບ້ານເກີດຂອງຂ້ອຍເອງ. ຕອນທີ່ຂ້ອຍໄດ້ມອບແວ່ນຕາໃຫ້ກັບຊາຍອາຍຸປະມານ 70 ປີ ລາວເວົ້າກັບຂ້ອຍວ່າ "ແວ່ນຊ່ວຍໃຫ້ເບິ່ງເຫັນຊັດແຈ໋ວຄືກັບຕອນອາຍຸ 30 ເລີຍ ຂອບໃຈຫຼາຍນ້ອງ!" ຮອຍຍິ້ມ ແລະ ຄຳຂອບໃຈນັ້ນຖືເປັນຄວາມຊົງຈຳທີ່ຂ້ອຍຈະບໍ່ມີວັນລືມ. ຄຳຂອບໃຈຈາກຊາວບ້ານ ແລະ ປະສົບການທີ່ໄດ້ຮັບຈາກ Eye Camp ໃນຄັ້ງນີ້ເປັນແຮງໃຈທີ່ເຮັດໃຫ້ຂ້ອຍພະຍາຍາມສູ້ຕໍ່ໄປ
-
Nagai
AI Development Managerຕົວຂ້ອຍເອງເຄີຍເຂົ້າຮ່ວມກິດຈະກຳອາສາສະໝັກຄວາມຮ່ວມມືໃນຕ່າງປະເທດຂອງຢີ່ປຸ່ນທີ່ຈັດຂຶ້ນໃນແອຟຣິກາ ດັ່ງນັ້ນກິດຈະກຳ Eye Camp ຈຶ່ງເປັນເຫດຜົນໜຶ່ງທີ່ເຮັດໃຫ້ຂ້ອຍຢາກເຂົ້າເຮັດວຽກທີ່ OWNDAYS. ຂ້ອຍຮູ້ສຶກປະທັບໃຈກັບບັນຍາກາດສະໜຸກສະໜານຂອງຊາວບ້ານທີ່ນີ້ ເຖິງວ່າຈະອາໄສຢູ່ໃນພື້ນທີ່ທຸລະກັນດານກໍຕາມ "ຖ້າເຈົ້າກຳລັງສັບສົນກັບຊີວິດ ຂ້ອຍຢາກໃຫ້ລອງໄປ Eye Camp ເບິ່ງ" ຂ້ອຍຢາກໃຫ້ທຸກຄົນໄດ້ເຂົ້າໃຈວ່າບໍລິສັດ OWNDAYS ທີ່ພວກເຮົາເຮັດວຽກຢູ່ຕອນນີ້ໄດ້ຈັດກິດຈະກຳທີ່ແສນມີຄວາມໝາຍກັບຊີວິດ
-
Sasahara
Sales Staffໃນລະຫວ່າງກິດຈະກຳ ຂ້ອຍໄດ້ເຫັນຊາວບ້ານເຮັດພິທີເຜົາສົບທີ່ແຄມແມ່ນ້ຳ ແລະ ຂີ້ເຖົ່າໄດ້ຖືກລອຍໄປໃນແມ່ນ້ຳ ເຊິ່ງເປັນພາບທີ່ໜ້າຕົກໃຈຫຼາຍສຳລັບຂ້ອຍທີ່ເຄີຍຊິນກັບວັດທະນະທຳງານສົບແບບຢີ່ປຸ່ນມາຕະຫຼອດ. ມັນເປັນຄວາມຮູ້ສຶກທີ່ອະທິບາຍບໍ່ຖືກໃນຕອນທີ່ເຫັນຮ່າງຖືກເຜົາຈົນສະຫຼາຍຫາຍໄປ ແຕ່ການທີ່ໄດ້ສຳຜັດວັດທະນະທຳທີ່ແຕກຕ່າງກໍເຮັດໃຫ້ຂ້ອຍຮັບຮູ້ໄດ້ວ່າ ຄວາມແນ່ນອນຄືຄວາມບໍ່ແນ່ນອນ. ຂ້ອຍມີໂອກາດໄດ້ສະຫຼອງວັນເກີດທີ່ນັ້ນ ການໄດ້ສຳຜັດເຖິງຄວາມແຕກຕ່າງຂອງວັດທະນະທຳ ການເກີດ ແລະ ຄວາມຕາຍ ເຮັດໃຫ້ຂ້ອຍຮູ້ສຶກຂອບໃຈຕໍ່ການມີຢູ່ໃນປັດຈຸບັນ ແລະ ຢາກຈະໃຊ້ຊີວິດໃນທຸກໆວັນໃຫ້ມີຄຸນຄ່າຫຼາຍຍິ່ງຂຶ້ນ
-
Greta
Store Managerຂ້ອຍເປັນຜູ້ເຂົ້າຮ່ວມກິດຈະກຳຄົນດຽວຈາກ OWNDAYS Taiwan. ພວກເຮົາໄດ້ເດີນທາງຜ່ານຖະໜົນທີ່ຂຸຂະ ເປັນຂຸມເປັນບໍ່ ກ່ອນຈະເຖິງຈຸດໝາຍເຊິ່ງເປັນພື້ນທີ່ທີ່ການຄົມນາຄົມ ແລະ ສາທາລະນູປະໂພກຕ່າງໆ ຍັງບໍ່ໄດ້ຮັບການພັດທະນາມາກນັກ. ແຕ່ຊາວບ້ານທີ່ນີ້ກໍອາໄສກັນຢູ່ວ່າງມີຄວາມສຸກ ຍິ້ມແຍ້ມແຈ່ມໃສ ເຊິ່ງເປັນຫຍັງທີ່ຂ້ອຍບໍ່ເຄີຍຈິນຕະນາການເຖິງມາກ່ອນ. ສິ່ງທີ່ເຮັດໃຫ້ຂ້ອຍຮູ້ສຶກປະທັບໃຈຫຼາຍທີ່ສຸດໃນກິດຈະກຳນີ້ກໍຄື ເຖິງວ່າຂ້ອຍຈະເວົ້າພາສາຂອງຊາວບ້ານບໍ່ໄດ້ ແຕ່ກໍສາມາດສື່ສານຜ່ານທ່າທາງໄດ້ ແລະ ຍັງໄດ້ຮັບຮອຍຍິ້ມ ຄຳຊົມ ແລະ ອ້ອມກອດອັນແສນອົບອຸ່ນຈາກຊາວບ້ານຫຼາຍໆ ຄົນອີກດ້ວຍ!
Tobzawa
IRAQTobzawa 2022.12.20
OWNDAYS Eye Camp ຄັ້ງນີ້ຈັດຂຶ້ນອີກຄັ້ງທີ່ປະເທດອີຣັກ ໂດຍຄວາມຮ່ວມມືຂອງ IVY ນິຕິບຸກຄົນ NPO
ກິດຈະກຳຄັ້ງນີ້ຈັດຂຶ້ນທີ່ໂຮງຮຽນໃນໝູ່ບ້ານ Tobzawa ເຊິ່ງເປັນໜຶ່ງໃນພື້ນທີ່ທຸກຍາກທີ່ສຸດຂອງເມືອງ Erbil ຕັ້ງຢູ່ຫ່າງຈາກໃຈກາງເມືອງອອກໄປປະມານ 36 ກິໂລແມັດ. ຊາວບ້ານທີ່ອາໄສຢູ່ມີທັງຊາວອາຣັບ ແລະ ຊາວເຄີຣິດ ເປັນຊຸມຊົນທີ່ປະສົມປະສານລະຫວ່າງຊາວບ້ານທີ່ມີຢູ່ເດີມ ແລະ ຜູ້ພັດຖິ່ນພາຍໃນປະເທດ. ໝູ່ບ້ານນີ້ບໍ່ມີໂຮງໝໍ ແລະ ຂາດແຄນສາທາລະນູປະໂພກຕ່າງໆ ເຊັ່ນ ນ້ຳ, ໄຟຟ້າ. ໂຮງໝໍທີ່ຢູ່ໃກ້ທີ່ສຸດຢູ່ໃນໃຈກາງເມືອງ ແລະ ລະບົບຂົນສົ່ງສາທາລະນະຂອງອີຣັກ ແລະ KRG (ເຂດປົກຄອງພິເສດເຄີຣິດສະຖານ) ນັ້ນບໍ່ໄດ້ພ້ອມໃຫ້ບໍລິການ. ດັ່ງນັ້ນວິທີການເດີນທາງໄປຈະຕ້ອງນັ່ງແທັກຊີເຊິ່ງມີຄ່າໃຊ້ຈ່າຍສູງຫຼາຍ
ເຊັ່ນດຽວກັບປີທີ່ຜ່ານມາ ເນື່ອງດ້ວຍຜົນກະທົບຈາກການແຜ່ລະບາດຂອງໂລກໂຄວິດ-19 ທີມງານຂອງ OWNDAYS ຈຶ່ງບໍ່ສາມາດລົງພື້ນທີ່ໄດ້ ແລະ ໄດ້ສົ່ງແວ່ນຕາທີ່ພວກເຮົາຈັດທຳໄປໃຫ້ທີມງານຂອງ IVY ໃນທ້ອງຖິ່ນເປັນຜູ້ແຈກຢາຍ
ທາງພວກເຮົາໄດ້ສົ່ງມອບແວ່ນທັງໝົດ 208 ອັນໃຫ້ກັບເດັກໆ. ເດັກບາງຄົນເພິ່ງຈະເຄີຍໃສ່ແວ່ນຕາເປັນຄັ້ງທຳອິດກໍເລີຍເບິ່ງສັບສົນເລັກນ້ອຍ ເພາະໃນປະເທດອີຣັກການໃສ່ແວ່ນຕານັ້ນບໍ່ແມ່ນເລື່ອງທີ່ຈະພົບເຫັນໄດ້ງ່າຍໆ. ດັ່ງນັ້ນການທີ່ເດັກໆໄດ້ມີໂອກາດໃສ່ແວ່ນຕານ່າຈະເປັນປະສົບການທີ່ດີຈາກກິດຈະກຳ Eye Camp ໃນຄັ້ງນີ້
ຈາກນີ້ໄປພວກເຮົາກໍຈະຂະຫຍາຍຂອບເຂດຂອງກິດຈະກຳໃໝ່ໆ ຂອງພວກເຮົາ ແລະ ຈັດກິດຈະກຳ OWNDAYS Eye Camp ຢ່າງຕໍ່ເນື່ອງຕໍ່ໄປ
Kaiyara
IRAQKaiyara 2021.10.29
OWNDAYS Eye Camp ຄັ້ງນີ້ຈັດຂຶ້ນທີ່ພື້ນທີ່ເຂດ Kaiyara ປະເທດອີຣັກ ໂດຍໄດ້ຮັບຄວາມຮ່ວມມືຈາກ IVY ນິຕິບຸກຄົນ NPO. ນີ້ເປັນຄັ້ງທຳອິດທີ່ພວກເຮົາຈັດ OWNDAYS Eye Camp ຂຶ້ນໃນຕາເວັນອອກກາງ
ເຊັ່ນດຽວກັບປີທີ່ຜ່ານມາ ເນື່ອງດ້ວຍຜົນກະທົບຈາກການແຜ່ລະບາດຂອງໂລກໂຄວິດ-19 ທີມງານຂອງ OWNDAYS ຈຶ່ງບໍ່ສາມາດລົງພື້ນທີ່ໄດ້ ແລະ ໄດ້ສົ່ງແວ່ນຕາທີ່ພວກເຮົາຈັດທຳໄປໃຫ້ທີມງານຂອງ IVY ໃນທ້ອງຖິ່ນເປັນຜູ້ແຈກຢາຍ
ພື້ນທີ່ເຂດ Kaiyara ໃນນະຄອນໂມຊູລເປັນພື້ນທີ່ທີ່ ISIL ເຂົ້າຍຶດຄອງຈົນເຖິງປີ 2016 ເຊິ່ງໃນຍຸດທະສາດການຍຶດຄືນດິນແດນທີ່ເກີດຂຶ້ນຫຼັງຈາກນັ້ນໄດ້ສົ່ງຜົນໃຫ້ສິ່ງອຳນວຍຄວາມສະດວກສາທາລະນະຈຳນວນຫຼາຍຕ້ອງພັງທະລາຍ
ອາຄານຮຽນຂອງໂຮງຮຽນປະຖົມສຶກສາມັດຊະລິກເຊິ່ງໃຊ້ເປັນສະຖານທີ່ຈັດກິດຈະກຳໃນຄັ້ງນີ້ຖືກທຳລາຍເມື່ອຄັ້ງທີ່ ISIL ເຂົ້າຍຶດຄອງ ແລະ ໄດ້ສ້າງຂຶ້ນໃໝ່ໂດຍໃຊ້ເງິນບໍລິຈາກທີ່ຮວບຮວມໄດ້ຫຼັງຈາກໄດ້ຮັບການປົດປ່ອຍ
ໃນກິດຈະກຳຄັ້ງນີ້ ທີມງານໄດ້ກວດວັດສາຍຕາ ແລະ ແຈກຢາຍແວ່ນຕາໃຫ້ແກ່ເດັກໆ ໃນພື້ນທີ່, ຜູ້ປົກຄອງ ຕະຫຼອດຈົນຜູ້ສູງອາຍຸທີ່ອາໄສໃນພື້ນທີ່ໃກ້ຄຽງ
ມີທັງເດັກໆທີ່ແວ່ນຕາອັນເກົ່າພັງແລ້ວແຕ່ບໍ່ມີເງິນຊື້ອັນໃໝ່ ເດັກໆທີ່ບໍ່ສາມາດຕັດແວ່ນໃສ່ຈົນເຖິງທຸກມື້ນີ້ ແລະ ຜູ້ສູງອາຍຸທີ່ໃຊ້ແວ່ນສະເພາະເບິ່ງໃກ້ອັນເດີມຕະຫຼອດໂດຍບໍ່ມີການປັບໃຫ້ພໍດີກັບສາຍຕາ
ທຸກໆຄົນຕ່າງກໍສະແດງຮອຍຍິ້ມໃຫ້ເຫັນເມື່ອໄດ້ໃສ່ແວ່ນຕາອັນໃໝ່ທີ່ໄດ້ຮັບ
ແລະ ທຸກຄົນຕ່າງດີໃຈກັນໂດຍພ້ອມໜ້າເນື່ອງຈາກຄັ້ງນີ້ເປັນຄັ້ງທຳອິດທີ່ມີການສົ່ງຜະລິດຕະພັນຈາກຕ່າງປະເທດມາຍັງໝູ່ບ້ານແຫ່ງນີ້ຫຼັງໄດ້ຮັບການປົດປ່ອຍຈາກການຍຶດຄອງດິນແດນ
OWNDAYS ມີກຳນົດທີ່ຈະຂະຫຍາຍກິດຈະການໃນປະເທດຕ່າງໆ ໃນຕາເວັນອອກກາງໃນພາຍພາກໜ້າ
ຈາກນີ້ໄປພວກເຮົາກໍຈະຂະຫຍາຍຂອບເຂດຂອງກິດຈະກຳໃໝ່ໆ ຂອງພວກເຮົາ ແລະ ຈັດກິດຈະກຳ OWNDAYS Eye Camp ຢ່າງຕໍ່ເນື່ອງໃນພູມິພາກຕາເວັນອອກກາງ
Pin Laung,Pin Pgyit,Yauk Sauk
MYANMARPin Laung, Pin Pgyit, Yauk Sauk 2020.10.29-11.18
OWNDAYS Eye Camp ຄັ້ງທີ 19 ຈັດຂຶ້ນທີ່ພື້ນທີ່ Pin Laung ແລະ Yauk Sauk ໃນລັດສານ ສະຫະພາບມຽນມາ
ເນື່ອງດ້ວຍຜົນກະທົບຈາກການແຜ່ລະບາດຂອງໂລກໂຄວິດ-19 ການຈັດກິດຈະກຳໃນຄັ້ງນີ້ຈຶ່ງເປັນການຍາກທີ່ຈະຈັດໃນຮູບແບບທີ່ຜ່ານໆມາຄືໃຫ້ທີມງານຂອງ OWNDAYS ຈາກປະເທດຕ່າງໆ ທົ່ວໂລກຮວມຕົວກັນລົງພື້ນທີ່ເພື່ອແຈກຢາຍແວ່ນຕາ. ດັ່ງນັ້ນໃນຄັ້ງນີ້ ແພດ ແລະ ເຈົ້າໜ້າທີ່ຈາກອົງກອນການກຸສົນໃນພື້ນທີ່ຈຶ່ງເປັນຜູ້ນຳແວ່ນຕາ 448 ອັນຂອງພວກເຮົາໄປແຈກຢາຍໃຫ້ຊາວບ້ານໂດຍດຳເນີນມາດຕະການປ້ອງກັນການແຜ່ລະບາດຂອງໂລກຢ່າງເຄັ່ງຄັດ
ສຳລັບການຈັດກິດຈະກຳໃນພື້ນທີ່ Pin Laung ເຊິ່ງໃຊ້ເວລາເດີນທາງໂດຍລົດຍົນປະມານ 4 ຊົ່ວໂມງເຄິ່ງຈາກເມືອງຕອງຢີອັນເປັນຖານຫຼັກ ພວກເຮົາປະຕິບັດຕາມຄຳສັ່ງຂອງລັດທີ່ກຳນົດບໍ່ໃຫ້ມີຜູ້ຄົນມາຮວມຕົວກັນເກີນ 30 ຄົນ ໂດຍແຍກສະຖານທີ່ແຈກຢາຍແວ່ນຕາອອກເປັນ 3 ແຫ່ງ (ໄດ້ແກ່ ໝູ່ບ້ານ Yimi, Pinglun ແລະ Tigyit) ໂດຍໃຊ້ເວລາ 5 ວັນ. ສຳລັບພື້ນທີ່ Yauk Sauk ເຊິ່ງໃຊ້ເວລາເດີນທາງໂດຍລົດຍົນ 2 ຊົ່ວໂມງຈາກເມືອງຕອງຢີ ພວກເຮົາໄດ້ແຈກແວ່ນຕາໃນ 3 ພື້ນທີ່ (ໝູ່ບ້ານ Pin Pgyit, Yadanar Pone ແລະ ວັດ Magin) ເຊັ່ນກັນ
ຜົນກະທົບຈາກໂລກລະບາດເຮັດໃຫ້ເປັນປີທີ່ຕ່າງໄປຈາກທີ່ຜ່ານໆມາ ແຕ່ໃນສະຖານະການເຊັ່ນນີ້ເອງທີ່ພວກເຮົາຈະຕ້ອງຂໍຂອບໃຈທຸກໆທ່ານໃນພື້ນທີ່ທີ່ໃຫ້ຄວາມຮ່ວມມືດ້ວຍຄວາມຫວັງທີ່ຈະສ້າງຮອຍຍິ້ມໃຫ້ກັບຜູ້ຄົນຈຳນວນຫຼາຍເທົ່າທີ່ຈະເຮັດໄດ້ ພ້ອມກັບຂໍອະທິຖານໃຫ້ປະຊາຊົນທຸກຄົນໃນມຽນມາໄດ້ໃຊ້ຊີວິດຢ່າງປອດໄພ ແລະ ສະຖານະການທາງການເມືອງລະບອບປະຊາທິປະໄຕໄດ້ຟື້ນຕົວໂດຍໄວ
Malekhu, Beni Ghat
NEPALMalekhu, Beni Ghat 2018.03.18
OWNDAYS Eye Camp ຄັ້ງທີ 12 ຈັດຂຶ້ນທີ່ປະເທດເນປານ
ໃນຄັ້ງນີ້ພວກເຮົາໄປແຈກຢາຍຂອງຫຼິ້ນ ແລະ ອຸປະກອນການຮຽນໃຫ້ແກ່ເດັກໆກັນເຖິງສອງບ່ອນ. ເລີ່ມທີ່ເມືອງ Malekhu ເຊິ່ງຢູ່ຫ່າງຈາກເມືອງຫຼວງຢ່າງກາຖມານທຸໄປລາວໜຶ່ງຊົ່ວໂມງ ຕໍ່ດ້ວຍໝູ່ບ້าน Beni Ghat. ທັງສອງເມືອງເປັນໝູ່ບ້ານທີ່ຢູ່ເລິກເຂົ້າໄປໃນຫຸບເຂົາ ນອກຈາກຈະຫ່າງໄກຈາກຄວາມຈະເລີນແລ້ວ ຄົນທີ່ນີ້ຍັງຂາດແຄນເຂົ້າຂອງເຄື່ອງໃຊ້ໃນຊີວິດປະຈຳວັນຢ່າງຫຼາຍ
OWNDAYS ໄດ້ນຳລາຍໄດ້ສ່ວນໜຶ່ງທີ່ໄດ້ຈາກສາຂາໃນເຄືອທົ່ວໂລກມາແບ່ງປັນໃຫ້ກັບຜູ້ຄົນທີ່ຂາດແຄນທຶນຊັບ ດ້ວຍຄວາມຫວັງທີ່ວ່າພວກເຮົາຈະເປັນສ່ວນໜຶ່ງພວກເຂົາມີຊີວິດຄວາມເປັນຢູ່ທີ່ດີຂຶ້ນ. ແມ້ຈະເປັນແຕ່ສ່ວນເລັກນ້ອຍ ແຕ່ພວກເຮົາກໍຫວັງເປັນຢ່າງຍິ່ງວ່າ OWNDAYS Eye Camp ໃນຄັ້ງນີ້ຈະສາມາດຊ່ວຍເຫຼືອພວກເຂົາໄດ້ບໍ່ຫຼາຍກໍໜ້ອຍ
ທີມງານ OWNDAYS ເຂົ້າໄປລົງພື້ນທີ່ກັນແທ້ໆເພື່ອສົ່ງມອບແວ່ນຕາ ແລະ ຂອງຕ່າງໆໃຫ້ກັບຊາວບ້ານໃນພື້ນທີ່ດ້ວຍມືຂອງພວກເຮົາເອງ. OWNDAYS Eye Camp ຈະດຳເນີນຕໍ່ໄປຢ່າງຕໍ່ເນື່ອງເພາະພວກເຮົາຫວັງວ່າຈະເຮັດໃຫ້ທຸກຄົນເທິງໂລກໃບນີ້ມີຄວາມເປັນຢູ່ທີ່ດີຂຶ້ນໄປພ້ອມກັບພວກເຮົາ
Tandi, Chitwan
NEPALTandi, Chitwan 2017.10.06
OWNDAYS Eye Camp ຄັ້ງທີ 11 ຈັດຂຶ້ນທີ່ເມືອງຈິດຕະວັນ ປະເທດເນປານ
ພວກເຮົາໄດ້ແຈກແວ່ນຕາ, ຂອງຫຼິ້ນ ແລະ ໜັງສືພາບໃຫ້ກັບຜູ້ທີ່ບໍ່ມີກຳລັງຊັບພຽງພໍໃນພື້ນທີ່ຫ່າງຈາກຕົວເມືອງກາຖມານທຸອອກໄປ
ແທ້ໆແລ້ວກິດຈະກຳ CSR ນັ້ນກໍແຕ່ສົ່ງເງິນ ຫຼື ຂອງໃຊ້ທີ່ຈຳເປັນບໍລິຈາກໄປແຄ່ນັ້ນກໍໄດ້. ແຕ່ສຳລັບ OWNDAYS ແລ້ວ ພວກເຮົາຕ້ອງການມອບແວ່ນຕາຄຸນນະພາບຢີ່ປຸ່ນໃຫ້ກັບຄົນໃນພື້ນທີ່ດ້ວຍມືຂອງພວກເຮົາເອງ
ນອກຈາກນີ້ ພວກເຮົາຍັງໄດ້ຮັບການສົມທົບທຶນຈາກ OWNDAYS MILE ລະບົບສະສົມໄມລຂອງບໍລິສັດທີ່ພະນັກງານແຕ່ລະຄົນສາມາດປ່ຽນໄມລຂອງຕົວເອງໃຫ້ເປັນເງິນບໍລິຈາກເພື່ອຊື້ຂອງຫຼິ້ນ ແລະ ອຸປະກອນການກິລາໃຫ້ກັບເດັກໆອີກດ້ວຍ
ການທີ່ພວກເຮົາໄດ້ມອບຂອງເຫຼົ່ານີ້ດ້ວຍມືຂອງພວກເຮົາເອງເຮັດໃຫ້ພວກເຮົາຮັບຮູ້ວ່າພວກເຮົາສາມາດເຮັດຫຍັງໃຫ້ກັບໂລກໃບນີ້ໄດ້ແດ່ ແມ້ວ່າຈະເປັນແຕ່ເລື່ອງເລັກນ້ອຍກໍຕາມ
ເພາະ OWNDAYS ຕ້ອງການມອບຄວາມສຸກໃຫ້ກັບທຸກຄົນທີ່ມີຄວາມກ່ຽວຂ້ອງກັບພວກເຮົາ ພວກເຮົາຈຶ່ງຕ້ອງການເຮັດບາງຢ່າງເພື່ອນຳລາຍໄດ້ສ່ວນໜຶ່ງມອບກັບໄປໃຫ້ກັບຜູ້ທີ່ມີຄວາມລຳບາກໃນພື້ນທີ່ຕ່າງໆ
ພວກເຮົາຈະມອບແວ່ນຕາໃຫ້ທຸກຄົນທີ່ມີຄວາມຕ້ອງການຕໍ່ໄປຜ່ານກິດຈະກຳ OWNDAYS Eye Camp ນີ້ຕໍ່ໄປ
Datong Dist., Taipei City
TAIWANDatong Dist., Taipei City 2017.06.10
OWNDAYS Eye Camp ຄັ້ງທີ 10 ຈັດຂຶ້ນທີ່ປະເທດໄຕ້ຫວັນ ເຊິ່ງຖືເປັນຄັ້ງທຳອິດທີ່ພວກເຮົາມາຈັດກິດຈະກຳທີ່ນີ້ ໂດຍຄັ້ງນີ້ພວກເຮົາໄດ້ຮັບຄວາມຮ່ວມມືຈາກສະມາຄົມ Breeze Charity ເພື່ອມາຮ່ວມແຈກຢາຍແວ່ນຕາໃຫ້ກັບເດັກໆ
ມີຫຼາຍຄອບຄົວທີ່ປະສົບກັບບັນຫາທາງການເງິນເຮັດໃຫ້ບໍ່ມີກຳລັງຊັບພຽງພໍໃນການຊື້ແວ່ນສາຍຕາ. ກິດຈະກຳຂອງພວກເຮົາໃນຄັ້ງນີ້ຈຶ່ງບໍ່ແມ່ນພຽງແຕ່ແຈກແວ່ນຕາໃຫ້ຟຣີໆເທົ່ານັ້ນ ແຕ່ພວກເຮົາເຊື່ອວ່າມັນເປັນຄືກັບການມອບໂລກໃບໃໝ່ ແລະ ອະນາຄົດອັນສົດໃສໃຫ້ກັບເດັກໆທຸກຄົນ
ການທີ່ພວກເຮົາໄດ້ມາຈັດງານ OWNDAYS Eye Camp ທີ່ໄຕ້ຫວັນເຮັດໃຫ້ພວກເຮົາໄດ້ພົບເຈີຜູ້ຄົນໃໝ່ໆ
ແລະ ເຮັດໃຫ້ພວກເຮົາຮັບຮູ້ໄດ້ວ່າ OWNDAYS ບໍ່ໄດ້ເປັນພຽງຮ້ານຂາຍແວ່ນຕາພຽງເທົ່ານັ້ນ ແຕ່ພວກເຮົາຕ້ອງການໃຫ້ທຸກຄົນໄດ້ມີໂອກາດເບິ່ງໂລກທີ່ສົດໃສໄປພ້ອມກັບພວກເຮົາ
Cabalawan, Tacloban City
PHILIPPINESCabalawan, Tacloban City 2017.03.27 & 05.23
OWNDAYS Eye Camp ຄັ້ງທີ 9 ຈັດຂຶ້ນທີ່ເມືອງ Cabalawan, Tacloban ໂດຍໄດ້ຮັບຄວາມຮ່ວມມືຈາກ Lions Club International ແລະ The Gift of Sight by Robinsons Malls
ຄັ້ງໜຶ່ງເມືອງແຫ່ງນີ້ໄດ້ຊື່ວ່າເປັນ “The Beautiful City By The Bay” ແຕ່ກັບຕ້ອງປະສົບກັບພາຍຸໄຕ້ຝຸ່ນໄຮ່ຢ້ຽນໃນເດືອນພະຈິກ ປີ 2013
ແມ້ວ່າອຸບັດຕິໄພຄັ້ງໃຫຍ່ຈະຜ່ານມາກວ່າ 4 ປີແລ້ວ ແຕ່ຊາວບ້ານຫຼາຍຄົນຍັງຄົງຕ້ອງອາໄສຢູ່ໃນເຮືອນພັກຊົ່ວຄາວ ແລະ ມີຊີວິດທີ່ຍາກລຳບາກ. ຖະໜົນຫຼາຍສາຍພາຍໃນເມືອງກໍຍັງຄົງຢູ່ລະຫວ່າງການປັບປຸງຢູ່ວ່າງຕໍ່ເນື່ອງ
ພວກເຮົາຈຶ່ງຕ້ອງການໄປແຈກຢາຍແວ່ນສາຍຕາໃຫ້ແກ່ຊາວບ້ານໃນເມືອງ Tacloban ແຫ່ງນີ້. ນອກຈາກນີ້ພວກເຮົາຍັງໄດ້ຕຽມໜັງສືພາບມາແຈກໃຫ້ກັບເດັກໆອີກດ້ວຍ
ພວກເຮົາຫວັງເປັນຢ່າງຍິ່ງວ່າແວ່ນຕາທີ່ພວກເຮົາມອບໃຫ້ຈະສາມາດປ່ຽນວັນທີ່ຮ້າຍໆໃຫ້ກາຍເປັນວັນທີ່ສົດໃສ ແລະ ໜັງສືພາບນັ້ນຈະສ້າງຮອຍຍິ້ມໃຫ້ກັບເດັກໆທີ່ນີ້ໄດ້ບໍ່ຫຼາຍກໍໜ້ອຍ
ເພາະພາລະກິດຂອງ OWNDAYS ຄື “ພວກເຮົາຈະເຮັດໃຫ້ທຸກຄົນທີ່ມີຄວາມກ່ຽວຂ້ອງກັບພວກເຮົາມີຄວາມສຸກ” ພວກເຮົາຈະມອບຄວາມສຸກຜ່ານການເບິ່ງເຫັນໃຫ້ທຸກຄົນຜ່ານກິດຈະກຳດີໆຢ່າງນີ້ຕໍ່ໄປເລື້ອຍໆ
Ayanar nagar village
Pandacan, Manila
PHILIPPINESPandacan, Manila 2016.11.08 & 23
OWNDAYS Eye Camp ຄັ້ງທີ 5 ຈັດຂຶ້ນທີ່ປະເທດຟີລິບປິນໂດຍຄວາມຮ່ວມມືຈາກມູນນິທິ ABS-CBN Lingkod Kapamilya. ທີມ OWNDAYS Eye Camp ຂອງພວກເຮົາໄດ້ຊາບມາໂດນແລ້ວວ່າມີຄົນຫຼາຍມາຍທີ່ນີ້ຈຳເປັນຕ້ອງໃຊ້ແວ່ນຕາ. ຄັ້ງນີ້ຈຶ່ງເປັນໂອກາດດີທີ່ຈະໄດ້ຈັດ Eye Camp ເປັນຄັ້ງທຳອິດທີ່ຟີລິບປິນ ແລະ ແນ່ນອນວ່າຄັ້ງນີ້ຈະບໍ່ແມ່ນຄັ້ງສຸດທ້າຍ
ພວກເຮົາໄດ້ແຈກຢາຍແວ່ນສາຍຕາໃຫ້ແກ່ຜູ້ຄົນກວ່າ 200 ອັນທັງເດັກນ້ອຍ ແລະ ຜູ້ໃຫຍ່. ຄົນທີ່ມາຮັບແວ່ນຕ່າງເລົ່າເລື່ອງລາວຄວາມລຳບາກຈາກການເບິ່ງເຫັນ ຮວມທັງຄວາມຮູ້ສຶກຕື້ນຕັນໃຈທີ່ຈະໄດ້ຮູ້ວ່າ OWNDAYS Eye Camp ຄັ້ງນີ້ຈະປ່ຽນຊີວິດຂອງພວກເຂົາຫຼາຍສ່ຳໃດ. ທີມຂອງພວກເຮົາເອງກໍຕື່ນເຕັ້ນຢູ່ບໍ່ນ້ອຍທີ່ຈະໄດ້ເປັນຜູ້ມອບໂລກທີ່ສົດໃສໃຫ້ກັບທຸກຄົນ
OWNDAYS Eye Camp ເຮັດໃຫ້ພວກເຮົາໄດ້ພົບກັບຄົນຫຼາຍມາຍທີ່ຕ້ອງການແວ່ນສາຍຕາແຕ່ພວກເຂົາເຫຼົ່ານັ້ນບໍ່ມີກຳລັງຊັບພຽງພໍທີ່ຈະຊື້ແວ່ນມາໃສ່. ພວກເຮົາຫວັງເປັນຢ່າງຍິ່ງວ່າຈະຊ່ວຍໃຫ້ທຸກຄົນມີຊີວິດຄວາມເປັນຢູ່ທີ່ດີຂຶ້ນຈາກການໄດ້ຮັບແວ່ນຕາຂອງພວກເຮົາ ໃຫ້ພວກເຂົາໄດ້ເບິ່ງໂລກຢ່າງຊັດເຈນ. ພວກເຮົາທຸກຄົນມີຄວາມສຸກຫຼາຍທີ່ໄດ້ມີສ່ວນໃນການສ້າງຄວາມປະທັບໃຈໃນ OWNDAYS Eye Camp ຄັ້ງນີ້ ແລະ ພວກເຮົາສັນຍາວ່າຈະສົ່ງມອບຄວາມສຸກຜ່ານການເບິ່ງເຫັນໃຫ້ກັບທຸກຄົນເທິງໂລກໃບນີ້ຕໍ່ໄປເລື້ອຍໆ
Madurai, Tamil Nadu
INDIAMadurai, Tamil Nadu 2016.08.24 - 25
ກິດຈະກຳ OWNDAYS Eye Camp ຄົບຮອບໜຶ່ງປີແລ້ວ
ຄັ້ງທີ 4 ນີ້ພວກເຮົາຈຶ່ງກັບມາຈັດທີ່ສະຖານທີ່ເດີມທີ່ພວກເຮົາຈັດກັນຄັ້ງທຳອິດນັ້ນກໍຄືປະເທດອິນເດຍ
ຄັ້ງນີ້ປະກອບດ້ວຍ 4 ສະຖານທີ່ທີ່ພວກເຮົາໄປແຈກແວ່ນຕາໄດ້ແກ່ ລັດ Tamil Nadu, ເມືອງ Madurai, ໝູ່ບ້ານ Andar Kottaram, ໝູ່ບ້ານ Ambethkar Nagar, ໝູ່ບ້ານ Kathakinaru ແລະ ໂຮງຮຽນໃນໝູ່ບ້ານ
ເພາະວ່າເທິງໂລກນີ້ມີຄົນຫຼາຍມາຍທີ່ “ມີຄວາມຈຳເປັນຕ້ອງໃສ່ແວ່ນແຕ່ບໍ່ມີກຳລັງຊັບພຽງພໍ” ແຕ່ພວກເຮົາໄດ້ປ່ຽນໂລກໃບນີ້ແຕ່ເລື່ອງນ້ອຍໆນີ້ກໍຍັງດີ. ພວກເຮົາຈຶ່ງຕັ້ງໃຈທີ່ຈະມອບແວ່ນຕາໃຫ້ແກ່ຄົນເຫຼົ່ານັ້ນ
ຫວັງເປັນຢ່າງຍິ່ງວ່າແວ່ນຕາຂອງພວກເຮົາຈະເຮັດໃຫ້ຊາວອິນເດຍຍິ້ມໄດ້ບໍ່ຫຼາຍກໍໜ້ອຍ
ເພາະຄວາມມຸ່ງໝັ້ນຂອງພວກເຮົາທີ່ວ່າ “ພວກເຮົາຈະເຮັດໃຫ້ທຸກຄົນທີ່ມີຄວາມກ່ຽວຂ້ອງກັບ OWNDAYS ມີຄວາມເປັນຢູ່ທີ່ດີຂຶ້ນ” ພວກເຮົາຢາກຈະສົ່ງຄວາມສຸກຜ່ານ “ການເບິ່ງເຫັນ” ໃຫ້ແກ່ຜູ້ຄົນເທິງໂລກໃບນີ້
Kumamoto
Tokha, Kathmandu
NEPALTokha, Kathmandu 2016.03.11
ປະເທດເນປານປະສົບເຫດການແຜ່ນດິນໄຫວຄັ້ງໃຫຍ່ເມື່ອປີ 2015. ແຜ່ນດິນໄຫວມີຂະໜາດຄວາມຮຸນແຮງ 7.8 ແມັກນິຈູດ ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ປະເທດເນປານ ບໍ່ວ່າຈະເປັນເຮືອນຊານທີ່ພັງເສຍຫາຍ, ຫິມະຖົ່ມ ແລະ ດິນຖົ່ມທີ່ຕາມມາຢ່ວາງຕໍ່ເນື່ອງ
ເພື່ອຊ່ວຍເຫຼືອຊາວເນປານທີ່ຕ້ອງມີຊີວິດທີ່ລຳບາກຈາກການເບິ່ງເຫັນເພາະບໍ່ມີແວ່ນສາຍຕາໃສ່ ຫຼື ຜູ້ທີ່ແວ່ນຕາຫາຍໄປພ້ອມກັບເຫດການແຜ່ນດິນໄຫວ ພວກເຮົາຈຶ່ງໄດ້ຈັດໂຄງການ OWNDAYS Eye Camp ຄັ້ງທີ 2 ຂຶ້ນ
ຄັ້ງນີ້ ພວກເຮົາໄດ້ຕຽມແວ່ນຕາມາແຈກຢາຍທັງໝົດ 150 ອັນ. ພວກເຮົາຕ້ອງການແແຈກຢາຍແວ່ນຕາໃຫ້ເຖິງມືທຸກຄົນ ພວກເຮົາຈຶ່ງຮວມຕົວແທນຈາກສຕາຟແຕ່ລະປະເທດມຸ່ງໜ້າສູ່ເມືອງກາຖມານທຸ ເມືອງຫຼວງຂອງປະເທດເນປານ
ຮອຍຍິ້ມ ແລະ ຄຳຂອບໃຈຕ່າງໆທີ່ຊາວກາຖມານທຸສົ່ງໃຫ້ພວກເຮົາເມື່ອໄດ້ຮັບແວ່ນຕາ
ແມ້ຈະສື່ສານກັນບໍ່ຮູ້ເລື່ອງແຕ່ຄວາມຮູ້ສຶກອັນແສນຈະອົບອຸ່ນນີ້ກໍສົ່ງມາເຖິງໃຈຂອງພວກເຮົາໄດ້ຢ່າງບໍ່ຍາກເລີຍ
ຢ່າງນ້ອຍແຕ່ການທີ່ພວກເຮົາໄດ້ແຈກຢາຍແວ່ນຕາໃຫ້ແກ່ຄົນທີ່ບໍ່ມີກຳລັງຊັບພຽງພໍມັນກໍເຮັດໃຫ້ພວກເຮົາຮູ້ສຶກວ່າພວກເຮົາໄດ້ຊ່ວຍເຫຼືອປະເທດເນປານໃນການຟື້ນຟູບໍ່ຫຼາຍບໍ່ນ້ອຍກໍຍັງດີ
ຫຼັງຈາກນີ້ພວກເຮົາຫວັງວ່າພວກເຮົາຈະສາມາດສົ່ງມອບຄວາມສຸກເລັກໆນີ້ໃຫ້ແກ່ທຸກຄົນຕໍ່ໄປ ເພື່ອໃຫ້ທຸກຄົນເທິງໂລກໃບນີ້ໄດ້ພົບກັບ “ຄວາມສຸກຂອງການເບິ່ງເຫັນ” ຈາກພວກເຮົາ
Madurai, Tamil Nadu
INDIAMadurai, Tamil Nadu 2015.09.04
ຫ່າງຈາກປະເທດຢີ່ປຸ່ນໄປ 6,800 ກິໂລແມັດ
OWNDAYS ໄດ້ຈັດອາສາສະໝັກເດີນທາງໄປຍັງໝູ່ບ້ານສັກຄິມັງກາລຳ (Sakkimangalam) ທີ່ຕັ້ງຢູ່ໃນເມືອງມັນດູໄຣ (Mandurai) ເຊິ່ງເປັນເມືອງຫຼັກໃນລັດທະມິນນາດູ (Tamil Nadu) ທາງຕອນໃຕ້ຂອງປະເທດອິນເດຍ ທີ່ເຊິ່ງພະນັກງານຂອງພວກເຮົາຈາກຫຼາກຫຼາຍປະເທດມາຮ່ວມກັນແຈກຢາຍແວ່ນຕາແກ່ຊຸມຊົນໃນເຂດຊົນນະບົດນີ້
ແວ່ນຕາທີ່ມີຄ່າສາຍຕາປະມານ 100 ຊິ້ນຖືກມອບໃຫ້ແກ່ຜູ້ຄົນຈາກຊ່ວງອາຍຸ 6 ປີ ໄປຈົນເຖິງ 80 ປີ. ການທີ່ທາງບໍລິສັດໄດ້ຈັດອາສາສະໝັກເດີນທາງໄປຫາຜູ້ທີ່ມີບັນຫາດ້ານສາຍຕາໃນເຂດຊົນນະບົດຂອງປະເທດອິນເດຍ ເຮັດໃຫ້ຫຼຸດບັນຫາຄວາມບໍ່ສະດວກໃນການດຳລົງຊີວິດທີ່ເກີດຈາກການເບິ່ງພາບບໍ່ຊັດໝົດໄປ
ເຖິງວ່າພວກເຮົາບໍ່ສາມາດຈະຊ່ວຍໄດ້ທຸກຢ່າງທີ່ພວກເຂົາຕ້ອງການ ແຕ່ຢ່າງນ້ອຍຄວາມເບີກບານ ແລະ ຮອຍຍິ້ມທີ່ພວກເຮົາໄດ້ເຫັນໃນໃບໜ້າຂອງເຂົາເຫຼົ່ານັ້ນເມື່ອພວກເຂົາໃສ່ແວ່ນຕາຂອງ owndays ເຮັດໃຫ້ພວກເຂົາສາມາດເບິ່ງເຫັນພາບໄດ້ຊັດເຈນຂຶ້ນ ມັນເຮັດໃຫ້ພວກເຮົາເຫັນຄວາມຈິງວ່າຄວາມສຸກຂອງການເບິ່ງເຫັນພາບທີ່ຊັດຂຶ້ນໄດ້ຂ້າມຜ່ານຄວາມແຕກຕ່າງຂອງວັດທະນະທຳ ແລະ ພົມແດນ
ຈາກເດັກນ້ອຍສູ່ຜູ້ໃຫຍ່ ພວກເຮົາຫວັງເປັນຢ່າງຍິ່ງທີ່ຈະໄດ້ສານຕໍ່ຄວາມພະຍາຍາມເຫຼົ່ານີ້ເພື່ອເພີ່ມຄຸນຄ່າຂອງວິຖີຊີວິດຂອງຜູ້ຄົນອ້ອມໆຕົວພວກເຮົາຜ່ານທາງແວ່ນຕາຂອງ OWNDAYS ບໍ່ວ່າພຽງໜຶ່ງ ຫຼື ຫຼາຍຮ້ອຍພັນນັ້ນ ພວກເຮົາຫວັງວ່າພວກເຮົາສາມາດສ້າງຄວາມແຕກຕ່າງໃຫ້ກັບຊີວິດເຂົາເຫຼົ່ານັ້ນໄດ້
ໃນປະເທດອິນເດຍ
Town Panjayat
ໂຮງຢີມ Tsuyamawakamono
ໂຮງຮຽນມັດທະຍົມ Ishinomaki
ໂຮງຮຽນມັດທະຍົມ Yamotodaiichi ເມືອງ Higashimatsushima
ໂຮງຮຽນມັດທະຍົມ Yamotodaini
ໂຮງຮຽນປະຖົມ Omagari
ສູນວັດທະນະທຳເມືອງ Tagajo
ສູນວັດທະນະທຳເມືອງ Tagajo































































































































































