SENICHISAKU
Japanese Craftsmanship,
The Epitome Of Sublime Beauty
Brand Storyກວ່າຈະມາເປັນ Senichisaku

ຝີມືຫັດຖະກຳຂອງເມືອງຊາບາເອະ
ຕົ້ນກຳເນີດຂອງຄວາມງົດງາມລະດັບໂລກຂອງຍີ່ປຸ່ນ.
ເມືອງຊາບາເອະ ແຂວງຟູກຸອິ ປະເທດຍີ່ປຸ່ນ ເມືອງຮູ້ຈັກກັນວ່າເປັນ "ເມືອງແຫ່ງແວ່ນຕາ." ກອບແວ່ນຕາ Made in Japan ທີ່ຊ່າງຝີມືລັງສັນແວ່ນຕາແຕ່ລະອັນດ້ວຍມືທຸກຂັ້ນຕອນ ແຕ່ລະຄູ່ແມ່ນຜະລິດດ້ວຍມື. ກອບແວ່ນຕາ Senichisaku ເຮັດຈາກເຊວລູລອຍ, ວັດສະດຸທີ່ທົນທານ ແລະ ສີສັນທີ່ເປັນເອກະລັກສະເພາະໂຕ ຍິ່ງໃຊ້ງານຍິ່ງເງົາງາມຂຶ້ນ, ເຮັດໃຫ້ຂອບແວ່ນຕາມີມູນຄ່າຂຶ້ນຕາມການເວລາ.
ເມືອງຕັ້ງຢູ່ພາກເໜືອຂອງປະເທດຍີ່ປຸ່ນ ຫຼື ເອີ້ນວ່າ ເຂດ Hokuriku . ຊາວບ້ານສ່ວນໃຫຍ່ປະກອບອາຊີບກະສິກຳເປັນຫຼັກ, ແຕ່ເມື່ອເຂົ້າສູ່ລະດູໜາວມີຫິມະປົກຄຸມ ເຮັດໃຫ້ບໍ່ສາມາດເຮັດວຽກກາງແຈ້ງໄດ້ ຊາວບ້ານຈຶ່ງໄດ້ເລີ່ມອາຊີບອື່ນນອກຈາກກະສິກຳ ເຊັ່ນ: ການປະດິດສິ່ງຂອງໂລຫະ, ການທໍຜ້າ, ແລະ ຫັດຖະກຳຕ່າງໆ ເປັນຕົ້ນ ຕັ້ງແຕ່ຍຸກເມຈິເປັນຕົ້ນມາ, ທັກສະຫັດຖະກຳຂອງຊາວບ້ານໃນເຂດນີ້ຈື່ງກ້າວກະໂດດຢ່າງຫຼວງຫຼາຍ.
ເວົ້າກັນວ່າຊາວເມືອງ ຊາບາເອະ ໄດ້ເລີ່ມຜະລິດແວ່ນຕາຕັ້ງແຕ່ປີ 1905 ເປັນຕົ້ນມາ ແລະເລິ່ມຜະລິດຫຼາຍຂຶ້ນຈົນກາຍເປັນອຸດສາຫະກໍາຫຼັກ ເພື່ອສົ່ງອອກທົ່ວໂລກໃນປີ 1935. ໃນຍຸກນັ້ນ, ວັດສະດຸທີ່ໃຊ້ຜະລິດແວ່ນຕາສ່ວນໃຫຍ່ແມ່ນທອງສຳລິດ ແລະ ທອງເຫຼືອງ. ຕໍ່ມາ, ໃນຍຸກ Showa, ໄດ້ມີການນຳໃຊ້ເຊວລູລອຍ ແລະ ນິກເກິລ ໄດ້ຖືກນໍາໃຊ້ຢ່າງແຜ່ຫຼາຍຍິ່ງຂື້ນ ເຊິ່ງເຮັດໃຫ້ທຸລະກິດຜະລິດແວ່ນຕາຂອງ ເມືອງຊາບາເອະ ຍິ່ງເຕິບໂຕຢ່າງຕໍ່ເນື່ອງ. ປັດຈຸບັນ,ເມືອງຊາບາເອະ ໄດ້ຖືກຍົກລະດັບໃຫ້ເປັນເມືອງຜະລິດແວ່ນຕາ ແລະຍັງຄົງຜະລິດແວ່ນຕາດ້ວຍວິທີດັ້ງເດິມຢ່າງຕໍ່ເນື່ອງ ຖືເປັນຄວາມພາກພູມໃຈຂອງປະຊາຊົນຍີ່ປຸ່ນ.

ຍິ່ງໃຊ້ງານຫຼາຍເທົ່າໃດ ຍິ່ງຊົງຄຸນຄ່າຫຼາຍຂຶ້ນ.
ສະເໜ່ທີ່ເປັນເອກະລັກຂອງເຊວລູລອຍ
ເຊລລູລອຍຖືວ່າເປັນໜຶ່ງໃນວັດສະດຸທີ່ເກົ່າແກ່ທີ່ສຸດທີ່ໃຊ້ໃນການຜະລິດຂອບແວ່ນຕາ. ຂາກການນຳແຜ່ນເຊລລູລອຍຂະໜາດໃຫຍ່ມາຕັດເປັນຮູບຊົງແວ່ນຕາຕ່າງໆ. ເຊລລູລອຍນອກຈາກຈະຄວາມຍືດຫຍຸ່ນ ແລະ ຄວາມແຂງແຮງສູງແລ້ງ ເຊລລູລອຍຍັງມີຄຸນນະສົມບັດຄົງຮູບຊົງໄດ້ດີ.
ເຖິງຢ່າງໃດກໍ່ຕາມ, ການຜະລິດກອບແວ່ນຕາເຊນລູລອຍມີຂັ້ນຕອນທີ່ຫຍຸ້ງຍາກ ແລະ ຊັບຊ້ອນຫຼາຍກ່ວາພາດສະຕິກທຳມະດາ. ເຮັດໃຫ້ຂອບແວ່ນຕາສ່ວນໃຫຍ່ໃນປັດຈຸບັນແມ່ນເຮັດມາຈາກ Acetate ຫຼາຍກວ່າ . ແຕ່ດ້ວຍສີສັນ ແລະ ຄວາມເງົາງາມທີ່ເປັນເອກະລັກຂອງເຊນລູລອຍ, ເມື່ອຍິ່ງໃຊ້ງານ ຍິ່ງເງົາງາມຂຶ້ນ, ເຮັດໃຫ້ເປັນໜຶ່ງໃນວັດສະດຸການຜະລິດຂອບແວ່ນຕາທີ່ຊົງຄຸນຄ່າທີ່ສູດ.

ຊ່າງຝີມືຈາກເມືອງ ຊາບາເອະ
ລັງສັນແວ່ນຕາອັນຊົງຄຸນຄ່າ
ขั้นตอนการผลิตแว่นตาของชาวเมืองซาบาเอะมีความซับซ้อนและใช้ฝีมือขั้นสูง เริ่มตั้งแต่การตัดแผ่นเซลลูลอยด์ขนาดใหญ่ให้เป็นแว่นตาทรงต่างๆ ขัดเงา และติดวัสดุโลหะ ขั้นตอนต่างๆล้วนต้องใช้ความเชี่ยวชาญและประสบการณ์ของช่างฝีมือ กว่าจะได้เป็นแว่นตาหนึ่งอัน

ການຂັດເງົາ
ໜຶ່ງໃນຂັ້ນຕອນທີ່ສຳຄັນທີ່ສຸດໃນການຜະລິດແວ່ນຕາ ຄື ການຂັດເງົາ. ແວ່ນຕາຈະອອກມາເປັນແບບໃດແມ່ນຂຶ້ນກັບທັກສະ ແລະ ປະສົບການຂອງຊ່າງຝີມື. ຊ່າງຝີມືຈຳເປັນຕ້ອງມີຄວາມຊຳນານ, ຮູ້ມຸມຂັດເງົາ, ແຮງຂັດ ແລະ ເວລາທີ່ເໝາະສົມທີ່ໃຊ້ໃນການຂັດເງົາຕ້ອງພໍດີໄປປກັບການປັບລະດັບຄວາມໄວຂອງເຄື່ອງຂັດເງົາ.
ຂອບແວ່ນຕາ Senichisaku ທຸກອັນແມ່ນເປັນງານຝີມື, ຜະລິດໂດຍຊ່າງແວ່ນຕາທີ່ສືບທອດທຸລະກິດຈາກຄອບຄົວມາຫຼາຍລຸ້ນຄົນນັບຕັ້ງແຕ່ປີ 1947. ປັດຈຸບັນ, ເຈົ້າຂອງໂຮງງານເປັນທາຍາດລຸ້ນທີ 2 ເຊິ່ງລູກຊາຍສອງຄົນຍັງເຮັດວຽກຢູ່ໃນໂຮງງານຜະລິດແວ່ນຕາເຊັ່ນກັນ. ທຸກຄົນໃນຄອບຄົວລ້ວນມີຝີມືໃນການຜະລິດແວ່ນຕາ ໃສ່ໃຈໃນການຂັດເງົາເພື່ອລັງສັນແວ່ນຕາສຸດປານີດ ແລະ ເປັນເອກະລັກ.

ງານໂລຫະ
ໃນປີ 1972, ເມື່ອຊ່າງແວ່ນຕາມີອາຍຸໄດ້ 21 ປີ, ລາວ ແລະ ພັນລະຍາຂອງລາວ, ແລະພະນັກງານອີກໜຶ່ງຄົນ ໄດ້ເລີ່ມຕົ້ນສາຍການຜະລິດໂລຫະ ເຊັ່ນ: ງານປະກອບບານພັບເພື່ອເຊື່ອມຂອບແວ່ນກັບເຂົ້າກັບຂາແວ່ນ ແລະງານໂລຫະອື່ນໆທີ່ຕ້ອງໃຊ້ຝີມືໃນການຜະລິດ. ສະໄໝກ່ອນ, ພວກເຂົາມັກຜະລິດແວ່ນຕາທີ່ຝັງອັນຍະມະນີຢູ່ກອບໂລຫະ. ເມື່ອເວລາຜ່ານໄປ, ຄວາມນິຍົມຂອງແວ່ນຕາທີ່ຝັງອັນຍະມະນີກໍໄດ້ຫຼຸດລົງເລື້ອຍໆ, ເຮັດໃຫ້ປະຈຸບັນພວກຈຶ່ງຜະລິດຂອບແວ່ນຕາເຊນລູລອຍເປັນຫຼັກ. ໂດຍປີນີ້ຈະຄົບຮອບ 50 ປີຂອງພວກເຂົາເລີ່ມກິດຈະການພໍດີ.
ກວ່າຈະມາເປັນແວ່ນຕາ

1. ຄັດເລືອກເຊວລູລອຍ
ເລີ່ມຈາກການເລືອກສີຂອງເຊນລູລອຍ ແລະ ຕ້ອງເລືອກຄວາມໜາຂອງແຜ່ນເຊນລູລອຍ ໃຫ້ເໝາະສົມກັບການອອກແບບແວ່ນຕາທີ່ເຮົາຕ້ອງການ.
2. ດັດແຜ່ນເຊນລູລອຍ
ດັດແຜ່ນເຊລລູລອຍເພື່ອເພີ່ມຄວາມໂຄ້ງມົນໃຫ້ກັບຂອບແວ່ນ.
3. ຕັດແຜ່ນພາສຕິກດ້ວຍແມ່ພິມ
ຕັດແຜ່ນເຊລລູລອຍຕາມໃຫ້ຕົງຕາມດີໄຊນ໌ແລະຮູບຊົງທີ່ຕ້ອງການ

4. ຂັດເງົາດ້ວຍເຄື່ອງຈັກ
ກອບຂອງຂອບເຊລລູລອຍທີ່ຕັດໃໝ່ໆຍັງຄວາມຄົມຢູ່ມຸມ. ຂັ້ນຕອນຕໍ່ມາຈື່ງແມ່ນການວາງແຜ່ນເຊລລູລອຍທີ່ຕັດແລ້ວໃສ່ໃນຖັງຫມຸນເພື່ອຊ່ວຍລົບຄົມໃຫ້ຂອບແວ່ນ
5. ລົງນ້ຳຢາເຄືອບເງົາ
ເມື່ອລົບຄົມແລ້ວ ຈະຕາມດ້ວຍນ້ຳຢາຂັດເງົາທີ່ລະລາຍໃນນ້ຳເພື່ອເຄືອບຂອບແວ່ນໃຫ້ມີຄວາມເງົາງາມ ຫຼັງຈາກນັ້ນຈະເຮັດການເສາະຣ່ອງບໍລິເວນຂາແວ່ນ ເພື່ອປະກອບຂາພັບແວ່ນທີ່ເຮັດຈາກໂລຫະ

6. ໃສ່ແປ້ນດັງ
ຫຼງຈາກນັ້ນເຮັດການເຈາະຮູເພື່ອປະກອບແປ້ນດັງ
7. ປະກອບຂອບແວ່ນຕາ
ປະກອບຂອບແວ່ນຕາດ້ານຫນ້າກັບຂາແວ່ນດ້ວຍການເຊື່ອມນ໊ອດລະຫວ່າງຂາບານພັບແວ່ນຕາ ລວມເຖີງການຫັນນ໊ອດໃຫ້ແຫນ້ນແລະກວດສອບຄວາມໂຄ້ງຂອງຂາແວ່ນໃຫ້ຮຽບຮ້ອຍ.

8. ຂັດເງົາດ້ວຍມື
ຂັດເງົາແວ່ນດ້ວຍເຄື່ອງຂັດເງົາອີກຄັ້ງ. ຂັ້ນຕອນນີ້ຈະເຮັດໃຫ້ແວ່ນມີຄວາມເງົາງາມ ແລະ ເຜີຍໃຫ້ເຫັນສີສັນທີ່ເປັນເອກະລັກຂອງເຊລລູລອຍຢ່າງແທ້ຈິງ.
9. ກວດສອບຄຸນນະພາບ
ກວດສອບຄຸນນະພາບຂອງຂອບແວ່ນຕາວ່າເປັນໄປຕາມມາດຕະຖານທີ່ກຳນົດໄວ້ຫຼືບໍ່.ສະຫຼັກໂລໂກ້ 千一作 ໃສ່ຂາແວ່ນ, ແລະ ຂະບວນການດັ່ງກ່າວກໍ່ສຳເລັດ.
ແວ່ນຕາເພື່ອອະນາຄົດທີ່ຍືນຍົງ
ປະຈຸບັນທົ່ວໂລກຫັນມາໃຫ້ຄວາມສົນໃຈກັບການສ້າງສັງຄົມທີ່ຢັ້ງຢືນຫຼາຍຂື້ນຜ່ານນະໂຍບາຍ SDGs (ເປົ້າໝາຍການພັດທະນາແບບຍືນຍົງ). ຫຼາຍຄົນກຳລັງຫຼຸດຄຸນຄ່າການບໍລິໂພກນິຍົມ ແລະ ການຜະລິດຈຳນວນຫຼວງຫຼາຍເພື່ອໃຫ້ໄດ້ຕົ້ນທຶນທີ່ຖືກລົງ. ແທນທີ່ຈະຊື້ແວ່ນຕາໃນລາຄາສອງສາມແສນກີບທີ່ໃຊ້ງານໄດ້ບໍ່ເຖິງໜຶ່ງປີ, ປະຈຸບັນຜູ້ບໍລິໂພກຈຳນວນຫຼວງຫຼາຍເຕັມໃຈທີ່ຈະໃຊ້ຈ່າຍຫຼາຍຂຶ້ນເພື່ອສິນຄ້າທີ່ໃຊ້ໄດ້ຍາວນານຂື້ນ.